ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນຫຼີກ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ

(VOVWORLD) -ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາຢືນຢັນວ່າ ອາເມຣິກາຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຮອບດ້ານກັບວຽດນາມແລະສະໜັບສະໜູນປະເທດຫວຽດນາມໝັ້ນຄົງ, ເປັນເອກະລາດ, ວັດທະນາຖາວອນ. ພ້ອມທັງສະແດງຄວາມຫວັງຢາກໃຫ້ຫວຽດນາມມີບົດບາດນັບມື້ນັບສຳຄັນໃນພາກພື້ນ. 
ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນຫຼີກ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ - ảnh 1 ທ່ານພົນເອກໂງຊວັນຫຼີກ ຮອງເລຂາຄະນະພັກການທະຫານສຸນກາງ, ລັດຖະມຸນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 21 ພະຈິກຢູ່ຮ້າໂນ້ຍ, ທີ່ການຕ້ອນຮັບທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ເນຶ່ອງໃນໂອກາດການຢ້ຽມຢາມຫວຽດນາມ, ທ່ານພົນເອກໂງຊວັນຫຼີກ ຮອງເລຂາຄະນະພັກການທະຫານສຸນກາງ, ລັດຖະມຸນຕີກະຊວງປ້ອງກັນປະເທດໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂອງຄະນະ ເພື່ອເປັນການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ໝາກຜົນສອງຝ່າຍໄດ້ບັນລຸໃນການຮ່ວມມືແກ້ໄຂ່ຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງຄວາມສາມາດໃຫ້ແກ່ກຳລັງຕຳຫລວດທະເລຫວຽດນາມ...ສ່ວນທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາຢືນຢັນວ່າ ອາເມຣິກາຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຮອບດ້ານກັບວຽດນາມແລະສະໜັບສະໜູນປະເທດຫວຽດນາມໝັ້ນຄົງ, ເປັນເອກະລາດ, ວັດທະນາຖາວອນ. ພ້ອມທັງສະແດງຄວາມຫວັງຢາກໃຫ້ຫວຽດນາມມີບົດບາດນັບມື້ນັບສຳຄັນໃນພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ