ລັດຖະມົນຕີການຕ່າງປະເທດລັດເຊຍ, ອາເມລິກາ ປຶກສາຫາລືກ່ຽວກັບບັນຫາຮ້ອນເຮັ່ງຫຼາຍຢ່າງ

(VOVWORLD) - ທ່ານລັດຖະມົນມົນຕີການຕ່າງປະເທດລັດເຊຍ Seigei Lavrov ແລະ ຄູ່ຕໍາແໜ່ງ ອາເມລິກາ Mike Pompeo ໄດ້ມີການພົບປະຢູ່ນອກກອງປະຊຸມສະພາຂົ້ວໂລກເໜືອ ເຊິ່ງຖືກຈັດຂຶ້ນຢູ່ ແຟງລັງ. 

ວັນທີ 6 ພຶດສະພາ, ທ່ານລັດຖະມົນມົນຕີການຕ່າງປະເທດລັດເຊຍ Seigei Lavrov ແລະ ຄູ່ຕໍາແໜ່ງ ອາເມລິກາ Mike Pompeo ໄດ້ມີການພົບປະຢູ່ນອກກອງປະຊຸມສະພາຂົ້ວໂລກເໜືອ ເຊິ່ງຖືກຈັດຂຶ້ນຢູ່ ແຟງລັງ. ທີ່ການພົບປະ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາໃນການພົວພັນສອງຝ່າຍ ແລະ ສາກົນ ທີ່ພວມຮ້ອນເຮັ່ງໃນປັດຈຸບັນ ຄື ບັນຫາຢູ່ເວເນຊູເອລາ, ຊີຣີ ແລະ ຢູແກຼນ. ຕາມທ່ານ ລັດຖະມົນມົນຕີການຕ່າງປະເທດລັດເຊຍ Seigei Lavrov ແລ້ວ ອາເມລິກາ ເຂົ້າໃຈວ່າ ການນໍາໃຊ້ມາດຕະການດ້ານການທະຫານ ໃນການແກ້ໄຂບັນຫາ ເວເນຊູເອລາ ແມ່ນບໍ່ມີຄວາມເປັນໄປໄດ້ ແລະ ອາດຈະສົ່ງຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ. ທ່ານລັດຖະມົນຕີການຕ່່າງປະເທດ ລັດເຊຍ ກໍບໍ່ເວັ້ນເສຍກໍລະນີບໍ່ຍົກເວັ້ນກໍລະນີ ທ່ານປະທານາທິບໍດີ ລັດເຊຍ  Vladimir Putin  ອາດຈະມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນໄລຍະຈະມາເຖິງ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖືວ່າ ເຖິງວ່າ ລັດເຊຍ ແລະ ອາເມລິກາ ຈະມີບັນດາຜົນປະໂຫຍດທີ່ແຕກຕ່າງກັນກໍຕາມ ແຕ່ປັດຈຸບັນ, ສອງຝ່າຍປາດຖະໜາຢາກປັບປຸງການພົວພັນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີຜົນປະໂຫຍດຄ້າຍຄືກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ