ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ
|
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ John Kerry ມີການຢ້ຽມຢາມ ຫວຽດນາມ ເປັນເວລາ 3 ວັນ, ແຕ່ວັນທີ 12 – 14/1/2017. ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ John Kerry, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເພິ່ງພໍໃຈກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອັນດີງາມໃນຫຼາຍຂົງເຂດ, ພິເສດແມ່ນນັບແຕ່ເມື່ອ 2 ປະເທດສ້າງຕັ້ງຂອບເຂດຄູ່ຮ່ວມມືຮອບດ້ານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໃນພື້ນຖານການພົວພັນໃນປະຈຸບັນ, 2 ປະເທດຈະເພີ່ມທະວີການຮ່ວມມືເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນສະຖຽນລະພາບ, ຍາວນານ, ແທດຈິງ ແລະ ມີປະສິດທິຜົນ ບົນພື້ນຖານເຄົາລົບນັບຖືລະບອບການເມືອງ ແລະ ເສັ້ນທາງພັດທະນາຂອງກັນ.
ໂດຍໄດ້ຮັບການມອບຫຼາຍຈາກ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບູ່ຍແທງເຊີນ ມີການເຮັດວຽກກັບທ່ານລັດຖະມົນຕີ John Kerry. 2 ຝ່າຍສຸມໃສ່ແລກປ່ຽນບັນດາມາດຕະການເພື່ອສືບຕໍ່ທ່ວງທ່າການພົວພັນ ແລະ ຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວໃນບັນດາບັນຫາ 2 ຝ່າຍ, ພາກພື້ນ ແລະ ສາກົນ. ທ່ານຮອງລັດຖະມົນຕີ ບູ່ຍແທງເຊີນ ສະເໜີໃຫ້ ອາເມລິກາ ຮັບຮູ້ຂໍ້ກຳນົດດ້ານເສດຖະກິດຕະຫຼາດ, ເປີດປະຕູໃຫ້ແກ່ສິນຄ້າ ຫວຽດນາມ ກ່ວາອີກ, ຫລຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າ, ສືບຕໍ່ບຸລິມະສິດການຮ່ວມມືໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ, ຜັນຂະຫຍາຍປະສິດທິຜົນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ປີ 2015 ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນປະເທດປີ 2011. 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ເນັ້ນໜັກຄວາມຈຳເປັນຂອງການເຄົາລົບກົດໝາຍສາກົນ, ວິວັດທະນາການການທູດ ແລະ ນິຕິທຳເພື່ອແກ້ໄຂບັນຫາທະເລຕາເວັນອອກ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ John Kerry ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບເລື່ອງເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ສະໜັບສະໜູນ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ປະສົບຜົນສຳເລັດ. ທ່ານ ກໍ່ຢັ້ງຢືນວ່າ ອາເມລິກາ ມີຜົນປະໂຫຍດຍາວນານຢູ່ ອາຊີ - ປາຊີຟີກ ແລະ ເຊື່ອໝັ້ນວ່າ ອຳນາດການປົກຄອງໃໝ່ຈະສືບຕໍ່ນະໂຍບາຍເພີ່ມທະວີການພົວພັນກັບພາກພື້ນນີ້. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານໃຫ້ຮູ້ວ່າ ອາເມລິກາ ພວມຕິດຕາມກວດກາບັນດາການຜັນແປຢູ່ພາກພື້ນນີ້, ຢັ້ງຢືນວ່າ ອາເມລິກາ ມີທັດສະນະສະເໝີຕົ້ນສະເໝີປາຍສະໜັບສະໜູນແກ້ໄຂບັນດາການຂັດແຍ້ງກັນດ້ວຍມາດຕະການສັນຕິພາບ, ຜ່ານວິວັດທະນາການການທູດ ແລະ ນິຕິທຳບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.