( vovworld ) - ວັນທີ 8/6, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ແລະ ທູດພິເສດລວມສະຫະປະຊາຊາດ ແລະ ສະຫະພັນອາຣັບ ທ່ານ Koffi Annan ໄດ້ມີການເຈລະຈາຢູ່ວໍຊິງເຕັນ, ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການເຈລະຈາ, ທູດພິເສດທ່ານ Koffi Annan ໃຫ້ຮູ້ວ່າ ຊີຣີ ແມ່ນສິ່ງທ້າທາຍຢ່າງແທ້ຈິງ. ທ່ານ Koffi Annan ແລະ ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Clinton ໄດ້ປຶກສາຫາລືກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງເລື່ອງກໍຄວາມດັນຄືແນວໃດຕໍ່ລັດຖະບານ ແລະ ບັນດາຝ່າຍເພື່ອປະຕິບັດແຜນການສັນຕິພາບ. ບັນຫາດັ່ງກ່າວກໍໄດ້ຮັບການປຶກສາຫາລືຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍຄືສະມັດຊາໃຫຍ່ກ່ອນນັ້ນໜື່ງວັນຢ່າງເຂັ້ມງວດ.