ລັດຖະມົນຕີການຕ່າງປະເທດອາເມລິກາ Pompeo ຢ້ຽມຢາມຫວຽດນາມເພື່ອຊຸກຍູ້ການພົວພັນ 2 ຝ່າຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າປະເທດຫວຽດນາມ ຟ້າມບິ່ງມິງ, ວັນທີ 07 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຈະເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນເວລາ 2 ວັນ.

ລັດຖະມົນຕີການຕ່າງປະເທດອາເມລິກາ Pompeo ຢ້ຽມຢາມຫວຽດນາມເພື່ອຊຸກຍູ້ການພົວພັນ 2 ຝ່າຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: AFP/TTXVN)

ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Mike Pompeo ໃນຖານະຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດອາເມລິກາ. ຫວຽດນາມ ກໍແມ່ນປະເທດທຳອິດໃນການເດີນທາງຂອງທ່ານ Mike Pompeo ຢູ່ເຂດອາຊີຕາເວັນອອກສ່ຽງໃຕ້.

      ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຖືກດຳເນີນໃນສະພາບ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາໃນຫຼາຍດ້ານ. ໂດຍໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ທ່ານຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໂງຕ່ວານທັ໊ງ, ຊີ້ແຈ້ງວ່າ.

      “ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໃນຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ນອກຈາກນັ້ນ, 2 ຝ່າຍຈະແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ