ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢ້ຽມຢາມຝລັ່ງ

ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢ້ຽມຢາມຝລັ່ງ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ພົບປະກັບ
ທ່ານ​ນາຍົກລັດຖະມົນຕີ Jean Marc Ayrult
(ພາບ: tgvn.com.vn)


(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົບ​ພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຝລັ່ງ, ​ໂດຍ​ໄດ​້ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius, ທ່ານລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ ​ໄດ້​ໄປ​ຢ້ຽມຢາມ​ຝລັ່ງຢ່າງ​ເປັນ​ທາງ​ການ ​​ໃນ​ລະຫວ່າງ​ວັນ​ທີ 26 – 28/03/2013. ຢູ່​ທີ່​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ Jean Marc Ayrult, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະທານ​ສະພາ​ສູງ Jean Pierre Bel ​ແລະ ທ່ານ​ປະທານ​ສະພາ​ຕໍ່າ Claude Bartolonea, ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius. ທີ່​ບັນດາ​ການພົບ​ປະຕ່າງໆ, ບັນດາການ​ນຳຝລັ່ງ ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຝລັ່ງ ກໍ​ຖື​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ເປັນສຳຄັນ ​ແລະ ປາດ​ຖະໜາ​ວ່າ​ຍາກ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຝລັ່ງ, ​ເປັນຄູ່​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ຮ່ວມ​ມື​ພັດທະນາທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ສະຫະພາບ​ເອີ​ລົບ (EU).

        ທີ່​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ 2 ທ່ານ, 2 ຝ່າຍ​ໄດ້​ແລກປ່ຽນ​ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພາຍ​ຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​ອອກກຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ເລື່ອງ​ຍົກ​ສູງ​ການ​ພົວພັນ​ຂອງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ໃນ​ນັ້ນ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຄື ການ​ເມືອງ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ; ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຮ່ວມ​ມື​ພັດທະນາ; ວັດທະນະທຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ ​ແລະ ອື່ນໆ

          ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ເປັນ​ປະທານ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຝັລ່ງ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ຝລັ່ງຈັດ​ຕັ້ງ​ເມື່ອ​ຕອນ​ຄໍ່າ​ວັນ​ທີ 27/03.

ຂ່າວ/ບົດ​ອື່ນ