(vovworld) - ວັນທີ 5/3, ໃນການຢ້ຽມຢາມ ສິງກາໂປ ຢ່າງເປັນທາງການ, ທ່ານ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ໄດ້ມີການເຈລະຈາ ກັບທ່ານລັດຖະມົນຕີການຕ່າງປະເທດ ສິງກາໂປ K.Sanmugam ແລະ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊ່ຽນຫຼົງ, ໄປວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ ຫໍພິພິດຕະພັນສີວິໄລອາຊີ ຂອງ ສິງກາໂປ.
ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ, ທ່ານນາຍົກລັດຖະມົນຕີ ຫຼີຊ່ຽນຫຼົງ ຕີລາຄາສູງເລື່ອງການນຳຂັ້ນສູງ 2 ປະເທດໄດ້ມີການໄປມາຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳ, ພິເສດແມ່ນການຢ້ຽມຢາມສິງກາໂປ ທາງລັດຖະກິດ ຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເມື່ອເດືອນ 9/2011 ແລະ ການຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີ ສິງກາໂປ Toni Tan Keng Yam. ທ່ານນາຍົກລັດຖະມົນຕີ ຫຼີຊ່ຽນຫຼົງ ຢືນຢັນຈະສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດານັກລົງທຶນ ສິງກາໂປ ລົງທຶນເຂົ້າຫວຽດນາມ.
ທີ່ການເຈລະຈາລະຫວ່າງທ່ານ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ສິງກາໂປ K.Sanmugam, 2 ຝ່າຍໄດ້ເຫັນດີເປັນເອກະສັນສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງ 2 ປະເທດ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍຢືນຢັນຈະສືບຕໍ່ສົມທົບກັນໃນບັນດາເວທີປາໄສພາກພື້ນ ແລະ ໂລກ, ເຫັນດີຍູ້ແຮງການຮ່ວມມື ເພື່ອພ້ອມກັບບັນດາປະເທດອື່ນໆໃນກຸ່ມອາຊຽນ ກໍ່ສ້າງປະຊາຄົມ ອາຊຽນ ສາມັກຄີ ແລະ ໝັ້ນຄົງໃນປີ 2015. 2 ຝ່າຍແບ່ງປັນຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ສິດເສລີໃນການເດີນທະເລຢູ່ທະເລຕາເວັນອອກ, ແກ້ໄຂການພິພາດກັນດ້ວຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຕໍຂອງບັນດາຝ່າຍຢູ່ທະເລຕາເວັນອອກ, ສ້າງປະມວນກົດລະບຽບກ່ຽວກັບການປະພຶດຕໍຂອງບັນດາຝ່າຍຢູ່ທະເລຕາເວັນອອກໂດຍໄວ.