ລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດຮຸງກາຣີ ຕີລາຄາສູງການຮ່ວມມືມິດຕະພາບກັບຫວຽດນາມ

(VOVWORLD) -ທ່ານລັດຖະມົນຕີ Peter Szijjarto ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ

ລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດຮຸງກາຣີ ຕີລາຄາສູງການຮ່ວມມືມິດຕະພາບກັບຫວຽດນາມ - ảnh 1 (ທ່ານລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດຮຸງກາຣີ Peter Szijjarto

ຕອບສຳພາດຕໍ່ນັກຂ່າວ VOV)

ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 15 - 16 ຕຸລາ, ໜຶ່ງໃນບັນດາການເຄື່ອນໄຫວສຳຄັນໃນປີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຮຸງກາຣີ. ວັນທີ 16 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດຮຸງກາຣີ Peter Szijjarto ໄດ້ຕອບສຳພາດຕໍ່ນັກຂ່າວ VOV. ຢູ່ທີ່ນີ້, ທ່ານລັດຖະມົນຕີ Peter Szijjarto ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ຢືນຢັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງລັດຖະບານ ຮຸງກາຣີ ໃນເລື່ອງສືບຕໍ່ປັບປຸງ, ເພີ່ມທະວີການພົວພັນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຫຼາຍຮູບຫຼາຍແບບລະຫວ່າງ 2 ປະເທດໃນອະນາຄົດກວ່າອີກ. ທ່ານລັດຖະມົນຕີ Peter Szijjarto, ຢືນຢັນວ່າ:

        “ພວກເຮົາໄດ້ສ້າງສາຍພົວພັນມິດຕະພາບທີ່ໃກ້ຊິດສະໜິດສະໜົມລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ, ດ້ວຍພື້ນຖານກຳລັງນັກສຶກສາຫວຽດນາມ ຈຳນວນຫຼາຍ ທີ່ເຄີຍຄົ້ນຄວ້າ, ຮ່ຳຮຽນຢູ່ ຮຸງກາຣີ, ມີຄວາມເຂົ້າໃຈແຈ້ງດ້ານພາສາ ແລະ ວັດທະນະທຳຮຸງກາຣີ, ປະຈຸບັນກັບມາຫວຽດນາມ ເຂົາເຈົ້າໄດ້ສວມບົດບາດເປັນບັນດານັກການທູດ, ບັນດາຜູ້ຊຸກຍູ້ການພົວພັນ 2 ຝ່າຍ. ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງ 2 ປະເທດ ຍັງໄດ້ເພີ່ມຂຶ້ນຢ່າງແຮງ ດ້ວຍລະດັບວົງເງິນການຄ້າບັນລຸເກືອບ 60%. ດ້ານອື່ນ, ພວກເຮົາໄດ້ມີການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນແລະກັນຢ່າງມີປະສິດທິຜົນຢູ່ສະຫະປະຊາຊາດ”.

        ໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດຮຸງກາຣີ Peter Szijjarto ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. ທີ່ການເຈລະຈາ 2 ຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນບັນດາຂົງເຂດສຳຄັນຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ… 2 ຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ