(vovworld) - ວັນທີ 24/2, ລັດຖະມົນຕີກະຊວງການຕ່າງປະເທດ Armenia Edvard Nalbandian ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ລັດຖະມົນຕີກະຊວງການຕ່າງປະເທດ Armenia Edvard Nalbandian ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ເຈືອງເຕີນຊາງ, ເຈລະຈາກັບລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ, ຢ້ຽມຢາມ ວັນມ໋ຽວ - ກວກຕື໊ຢາມ ແລະ ໂອ້ລົມກັບນັກສືກສາສະຖາບັນການຕ່າງປະເທດ. ທີ່ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ, ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ການພົວພັນຮ່ວມມື 2 ຝ່າຍຫວຽດນາມ - Armenia. ລັດຖະມົນຕີການຕ່າງປະເທດທັງ 2 ທ່ານເຫັນດີເປັນເອະກະສັນຫຼາຍມາດຕະການລະອຽດເພື່ອແນໃສ່ເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມື 2 ຝ່າຍຫວຽດນາມ - Armenia ໃນໄລຍະຈະມາເຖິງໃຫ້ດີກ່ວາອີກ.