ລັດຖະມົນຕີການເງິນ ຫວຽດນາມ ເຮັດວຽກກັບ ປະທານທະນາຄານ ສູນກາງ ອາເມລິກາ
ທ່ານນາງປະທານທະນາຄານສະສົມ
ສະຫະລັດອາເມລິກາ (FED) Janet Yellen
(ພາບອີນເຕີແນັດ)
(vovworld) - ວັນທີ 11/03, ທ່ານລັດຖະມົນຕີການເງິນຫວຽດນາມ ດິງຕ໋ຽນຢຸງ ໄດ້ມີການເຮັດວຽກກັບທ່ານນາງປະທານທະນາຄານສະສົມສະຫະລັດອາເມລິກາ (FED) Janet Yellen. ທີ່ການພົບປະ, ທ່ານລັດຖະມົນຕີ ດິງຕ໋ຽນຢຸງ ໄດ້ແລກປ່ຽນກັບທ່ານປະທານ FED ກ່ຽວກັບສະພາບເສດຖະກິດມະຫາພາກ ກໍ່ຄືສະພາບບໍລິຫານງົບປະມານ, ການເງິນຂອງຫວຽດນາມ ໃນປີ 2013 ແລະ ກຳນົດທິດປີ 2014, ຕີລາຄາກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ສະພາບການເຈລະຈາສັນຍາການຄ້າເຂດມປາຊີຟີກ (TPP). ທ່ານນາງປະທານ Yellen ຖືວ່າ ໃນອະນາຄົດ ຫວຽດນາມຄວນສ້າງຕັ້ງທະນາຄານສູນກາງເອກະລາດເພື່ອປະຕິບັດນະໂຍບາຍເງິນຕາ. ກໍ່ຕາມທ່ານນາງແລ້ວ, ເລື່ອງສ້າງຕັ້ງທະນາຄານຄື FED ຢູ່ອາເມລິກາ, ຫວຽດນາມ ຈະມີຄວາມສະດວກກວ່າໃນການປະຕິບັດຄາດໝາຍຄວບຄຸມໄພເງິນເຟີ້, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.