ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai
ຕ້ອນຮັບທ່ານ ລັດຖະມົນຕີຊ່ວຍວ່າການ
ກະຊວງການຕ່າງປະເທດ Venezuela
ພາບ:internet
|
(vovworld) - ຕອນບ່າຍວັນທີ 15/8, ຢູ່ ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ໃຫ້ການຕ້ອນຮັບທ່ານ David Velasquez Caraballo, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Venezuela ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໃຫ້ຮູ້ວ່າ: ປະຈຸບັນ ສອງປະເທດ ຫວຽດນາມ ແລະ Venezuela ມີບາດກ້າວພັດທະນາຢ່າງແຮງ ດ້ວຍການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານໃນຫລາຍຂົງເຂດຄື: ການເມືອງ - ການຕ່າງປະເທດ, ການຄ້າ - ການລົງທຶນ, ພະລັງງານ - ນ້ຳມັນອາຍແກສ, ວັດທະນະທຳ - ການສຶກສາ… ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ຢືນຢັນວ່າ: ໃນໄລຍະຈະມາເຖິງ, ຝ່າຍ ຫວຽດນາມ ຈະຊີ້ນຳບັນດາກະຊວງ, ຂະແຫນງການ ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງແຂງແຮງໃນບັນດາຂົງເຂດຄື: ອຸດສາຫະກຳ, ພະລັງງານ, ກະສິກຳ ແລະ ບຳລຸງສ້າງລະຫວ່າງສອງປະເທດ. ທ່ານ David Velasquez Caraballo ປາດຖະຫນາຢາກສອງປະເທດສືບຕໍ່ຊອກຫາບັນດາມາດຕະການຮ່ວມມືຢ່າງແຂງແຮງກ່ຽວກັບການລົງທຶນໃນຂົງເຂດອຸດສາຫະກຳ, ກະສິກຳ, ການທ່ອງທ່ຽວ, ໂທລະຄົມມະນາຄົມ. ສອງຝ່າຍເປັນເອກະພາບສືບຕໍ່ຮັກສາ, ຮ່ວມມືສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫລາຍຝ່າຍ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນຢ່າງຕັ້ງຫນ້າເພື່ອປົກປັກຮັກສາຜົນປະໂຫຍດອັນຊອບທຳ ເພື່ອຜົນງານພັດທະນາລວມຂອງສອງປະເທດ.