ລັດຖະມົນຕີຮັບຜິດຊອບນະໂຍບາຍທະເລ, ຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 05 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຟ້າມມິງຈີ໊ງ
ລັດຖະມົນຕີຮັບຜິດຊອບນະໂຍບາຍທະເລ, ຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາ ຍີ່ປຸ່ນ ນຳໂດຍທ່ານລັດຖະມົນຕີຮັບຜິດຊອບນະໂຍບາຍທະເລ, ຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ, ທັງເປັນຫົວໜ້າຫ້ອງການສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Fukui Teru ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຟ້າມມິງຈີ໊ງ ໄດ້ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ, ວັດທະນາຖາວອນຢູ່ ອາຊີ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຊຶ່ງໄດ້ຮັບການປັບປຸງ, ພັດທະນາອັນດີງາມ ໂດຍຜ່ານບັນດາການຢ້ຽມຢາມຂອງການນຳ 2 ປະເທດຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານລັດຖະມົນຕີຮັບຜິດຊອບນະໂຍບາຍທະເລ, ຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ, ທັງເປັນຫົວໜ້າຫ້ອງການສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Fukui Teru ປາດຖະໜາວ່າ ໃນໄລຍະຈະມາເຖິງ, 2 ກຸ່ມສະມາຊິກລັດຖະສະພາມິດຕະພາບຄວນສືບຕໍ່ເປັນຫົວໜ່ວຍຮັບຜິດຊອບການຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນສະມາຊິກລັດຖະສະພາ…

ຕອບກັບ

ຂ່າວ/ບົດ​ອື່ນ