ທ່ານ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ຮູງກາຣີ Oryscaba
(ພາບ: Việt Hưng)
|
(vovworld) – ວັນທີ 9/6, ຢູ່ຮ່າໂນ້ຍ, ພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ຮູງກາຣີ Oryscaba ແລະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ Konstantin Vnukov ເນື່ອງໃນໂອກາດມາປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ຮູງກາຣີ Oryscaba, ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຫວັງວ່າໃນຖານະຕຳແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ Oryscaba ສືບຕໍ່ແມ່ນຂົວຕໍ່ສຳຄັນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍ ຮູງກາຣີ ເວົ້າສະເພາະ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ Konstantin Vnukov, ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນສືບຕໍ່ຮັບປະກັນຄວາມປອດໄພຢ່າງສູງສຸດໃຫ້ແກ່ການເຄື່ອນໄຫວຂອງບັນດາອົງການຕາງໜ້າການທູດ ສະຫະພັນລັດເຊຍ ປະຈຳ ຫວຽດນາມ. ທ່ານລັດຖະມົນຕີຫວັງວ່າທ່ານເອກອັກຄະລັດຖະທູດຈະປະກອບສ່ວນຕັ້ງໜ້າເພີ່ມບູນຄູນສ້າງໃຫ້ແກ່ການພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງສະໜັບສະໜູນ, ເປັນຂົວຕໍ່ສຳຄັນເປີດກ້ວາງການພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງ, ປະຕິບັດກົດໝາຍຂອງສະຫະພັນລັດເຊຍກວ່າອີກ.