ທ່ານລັດຖະມົນຕີ Cao Duc Phat ໂອ້ລົມສົນທະນາໂດຍກົງຜ່ານອິນເຕີແນດ
ພາບ:xaluan.com
|
(vovworld) - ຕອນເຊົ້າວັນທີ 22/3, ທ່ານ Cao Duc Phat ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ມີການໂອ້ລົມສົນທະນາໂດຍກົງຜ່ານເຄືອຂ່າຍອິນເຕີແນດກັບປະຊາຊົນ ຢູ່ປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ. ການໂອ້ລົມສົນທະນາໄດ້ຊີ້ແຈງບັນດາບັນຫາຊຶ່ງກະຊວງກະສິກຳ ແລະ ພັດທະນາຊົນນະບົດຄຸ້ມຄອງໂດຍກົງຄື: ບັນຫາຄຸ້ມຄອງຫລັກອະນາໄມຄວາມປອດໄພໃນການລ້ຽງສັດ, ບັນຫາປ້ອງກັນ ແລະ ຄວບຄຸມໂລກລະບາດໃນສັດປີກ, ສັດລ້ຽງ; ບັນດາມາດຖານກ່ຽວກັບການກໍ່ສ້າງເຂດຊົນນະບົດໃຫມ່, ຊອກຫາສົ້ນອອກໃຫ້ແກ່ຂະແຫນງກະສິກຳ. ກ່ຽວກັບມາດຕະຖານກໍ່ສ້າງເຂດຊົນນະບົດໃຫມ່, ທ່ານລັດຖະມົນຕີ Cao Duc Phat ໃຫ້ຮູ້ວ່າ:
“ປະຈຸບັນ, ພວກເຮົາ ຫາກໍ່ເລີ່ມຕົ້ນປະຕິບັດໂຄງການຈຸດໝາຍແຫ່ງຊາດ ແລະ ນາຍົກລັດຖະມົນຕີກໍມີຂໍ້ຕົກລົງກຳນົດ 19 ມາດຖານກ່ຽວກັບຕາແສງຊົນນະບົດໃຫມ່ ແຕ່ພວກເຮົາກໍສະເຫນີໃຫ້ບັນດາທ້ອງຖິ່ນຄວນອີງໃສ່ຊຸດມາດຖານເຫລົ່ານັ້ນ ເພື່ອເລືອກເຟັ້ນສິ່ງທີ່ມີປະໂຫຍດຢ່າງແທດຈິງກວ່າໝູ່ໃຫ້ແກ່ພໍ່ແມ່ຊາວກະສິກອນຢູ່ແຕ່ລະບ້ານ, ຄຸ້ມບ້ານ, ແຕ່ລະຕາແສງ ເພື່ອລະດົມທຶນຈັດຕັ້ງການຜັນຂະຫຍາຍປະຕິບັດ. ”
ການໂອ້ລົມສົນທະນານີ້ແມ່ນການເຄື່ອນໄຫວເພື່ອປະຕິບັດຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີສະເຫນີໃຫ້ການນຳບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຈົ່ງເພີ່ມທະວີການໂອ້ລົມສົນທະນາໂດຍກົງກັບປະຊາຊົນ ຜ່ານປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.