ລັດເຊຍ:ຂະບວນລົດ ກູ້ຊ່ວຍອອກຈາກຢູແກຼນ ດ້ວຍບັນດາຕູ້ລົດ ບໍ່ມີສິນຄ້າ
(ພາບ: AFP/ TTXVN)
(vovworld)- ວັນທີ 23/8, ມົດສະກູຢືນຢັນວ່າ: ຂະບວນລົດຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳ ໄປຍັງຢູແກຼນ ໄດ້ກັບຄືນລັດເຊຍ ດ້ວຍບັນດາຕູ້ລົດບໍ່ມີສິນຄ້າ ພ້ອມທັງປະຕິເສດຄຳກ່າວຜູກໂທດຂອງກີແອບ ວ່າ: ບັນດາລົດດັ່ງກ່າວໄດ້ຂົນສົ່ງສິນຄ້າກັບເມືອລັດເຊຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Alechxander Drobyshevsky ໂຄສົກກະຊວງສະພາບສຸກເສິນລັດເຊຍ ເນັ້ນໜັກວ່າ: ບັນດານັກຂ່າວທີ່ເກີດເຫດ, ນັບທັງບັນດານັກຂ່າວເຮັດວຽກໃຫ້ບັນດາອົງການສື່ມວນຊົນຕ່າງປະເທດລ້ວນແຕ່ສາມາດຍົກອອກຄຳສະຫລຸບວ່າ: ລົດທຸກຄັນນີ້ບໍ່ມີສິນຄ້າຫຍັງ.
ກ່ອນໜ້ານັ້ນ, ກ່າວຄຳເຫັນໃນການປະຊຸມຂ່າວໃນວັນດຽວກັນ, ທ່ານ Andrei Lysenko ໂຄສົກສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດຢູແກຼນ ໃຫ້ຮູ້ວ່າ: ກຳລັງປ້ອງກັນຊາຍແດນ ແລະ ພາສີຢູແກຼນ ບໍ່ໄດ້ກວດກາຂະບວນລົດດັ່ງກ່າວ. ຕາມທ່ານຜູ້ນີ້ແລ້ວ, ບັນດາລົດຂອງລັດເຊຍ ພວມຂົນສົ່ງເຄື່ອງອຸປະກອນຂອງບໍລິສັດຢູແກຼນ ຜະລິດ rada Pantsir ທັນສະໄໝ./.