ລັດ​ເຊຍ​ຄັດ​ຄ້ານ ອາ​ເມ​ລິ​ກາ ຈັດ ກູ​ບາ​ ເຂົ້າ​ໃນ ບັນ​ຊີ​ລາ​ຍ​ຊ​ື່ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ການ​ກໍ່​ການ​ຮ້າຍ ຄືນ​ໃໝ່

(VOVWORLD) - ລັດເຊຍໄດ້ຕຳໜິຕິຕຽນຂໍ້ຕົກລົງຂອງອາເມລິກາ ວ່າດ້ວຍການຈັດ ກູບາ ເຂົ້າໃນ ບັນຊີລາຍຊື່ບັນດາປະເທດອຸປະຖຳການກໍ່ການຮ້າຍ ຄືນໃໝ່ ໂດຍຖືວ່າ ຂໍ້ກ່າວຫານີ້ແມ່ນ “ຄຳຕົວຍົວະຫຼອກລວງ”.

ລັດ​ເຊຍ​ຄັດ​ຄ້ານ ອາ​ເມ​ລິ​ກາ ຈັດ ກູ​ບາ​ ເຂົ້າ​ໃນ ບັນ​ຊີ​ລາ​ຍ​ຊ​ື່ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ການ​ກໍ່​ການ​ຮ້າຍ ຄືນ​ໃໝ່ - ảnh 1ທ່ານ ນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN)

ວັນທີ 15 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳອາທິດ, ທ່ານ ນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງຂອງອາເມລິກາແມ່ນ “ການກະທຳທີ່ບໍ່ມີລັກສະນະສ້າງສັນ”, ສະແດງໃຫ້ເຫັນການຂາດຄວາມສາມາດຂອງ ວໍຊິງຕັນ ໃນການເດີນຕາມນະໂຍບາຍການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ. ທ່ານນາງ Maria Zakharova ຕັກເຕືອນວ່າ ເມື່ອຈັດ ກູບາ ເຂົ້າໃນບັນຊີລາຍຊື່ດຳ, ອາເມລິກາຈະສູນເສຍອິດທິພົນຊື່ສຽງຂອງຕົນຕໍ່ປະຊາຄົມສາກົນ ທີ່ມີຄວາມລຶ້ງເຄີຍກັບຮູບພາບບັນດາແພດໝໍກູບາ ທີ່ພວມເຮັດຈົນສຸດຄວາມສາມາດຂອງຕົນຢູ່ຫຼາຍປະເທດໃນໂລກ ໃນທ່າມກາງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ