ລັດເຊຍຊັ່ງຊາຄວາມອາດສາມາດໃນການຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ OPEC + ໂດຍໄວ
(VOVWORLD) - ຕາມ ແຫຼ່ງຂ່າວທີ່ມີຄວາມໃກ້ຊິດ ໃນວັນທີ 31 ພຶດສະພາ ໃຫ້ຮູ້ວ່າ ປັດຈຸບັນລັດເຊຍບໍ່ຄັດຄ້ານເລື່ອງປ່ຽນວັນເວລາຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ OPEC + ເຊິ່ງເລື່ອນແຕ່ວັນ9 ມາຈັດຕັ້ງໃນວັນທີ 4 ມິຖະນາ.
ຮາກຖານຕ່ອງນ້ຳມັນດິບໃນເກາະ Khark ຂອງອີຣານ (ພາບ: TTXVN)
|
OPEC+ (ລວມມີບັນດາປະເທດຂຶ້ນກັບອົງການສົ່ງອອກນ້ຳມັນດິບ OPEC ແລະ ຄູ່ຮ່ວມມືຈຳນວນໜຶ່ງ) ຄາດວ່າຈະຈັດຕັ້ງກອງປະຊຸມທາງອອນລາຍໃນເວລາລະຫວ່າງວັນທີ 9 – 10 ມິຖຸນາເພື່ອປຶກສາຫາລືສະພາບການຕະຫຼາດພະລັງງານ ແລະ ໝາກຜົນເບື້ອງຕົ້ນຂອງຂໍ້ຕົກລົງນີ້ແມ່ນຫຼຸດປະລິມານນ້ຳມັນດິບໃນເດືອນ ເມສາລົງ. ຕາມນັ້ນແລ້ວ, ຄະນະກຳມະການຕິດຕາມກວດກາຂັ້ນລັດຖະມົນຕີ OPEC+ ຄາດວ່າຈະຈັດກອງປະຊຸມໃນວັນທີ 8 ມິຖຸນາ, ປັດຈຸບັນປະເທດສະມາຊິກຈຳນວນໜຶ່ງ ບໍ່ເວັ້ນເສຍກໍລະນີຫຼຸດບັນດາຕົວເລກປະລິມານນ້ຳມັນດິບລົງ, ພິເສດແມ່ນບັນດາຕົວເລກທີ່ກ່ຽວຂ້ອງເຖິງໄລຍະຕົ້ນເດືອນກໍລະກົດ, ອາດຈະປ່ຽນແປງຢູ່ບັນດາການເຈລະຈາຈະມາເຖິງ.
ຕາມແຫຼ່ງຂ່າວໄດ້ເປີດເຜີຍວ່າຂໍ້ສະເໜີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ OPEC+ ກ່ອນກຳນົດ ໂດຍທ່ານ Mohamed Arkab ລັດຖະມົນຕີກະຊວງພະລັງງານອານເຊຣີທັງເປັນປະທານກອງປະຊຸມ OPEC ໄດ້ຍົກອອກມາ. ຕາມ S&P Global Platts ແລ້ວ, ກອງປະຊຸມໄດ້ຮັບການຈັດຕັ້ງ ໄວກ່ວາກໍ່ ໝາຍຄວາມວ່າ ບັນດາປະເທດສະມາຊິກຈະຍົກອອກບັນດາໂຄງການສະໜອງນ້ຳມັນໃຫ້ແກ່ເດືອນກໍລະກົດ ເຊິ່ງບໍ່ມີຂໍ້ມູນໃນການຂຸດຄົ້ນຂອງເດືອນພຶດສະພາຈາກບັນດາແຫຼ່ງໄຈ້ແຍກເອກະລາດ. ປັດຈຸບັນ, OPEC+ ຍັງບໍ່ທັນວາງອອກຄຳຕັດສິນສຸດທ້າຍໃນບັນຫານີ້.