ລັດເຊຍ,ຕວກກີປຶກສາຫາລືປະຕິບັດຫຼາຍໂຄງການລວມ

ລັດເຊຍ,ຕວກກີປຶກສາຫາລືປະຕິບັດຫຼາຍໂຄງການລວມ - ảnh 1
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dimitry Medvedev ແລະ ຄູ່​ຕຳ​ແໜ່ງ​ຕວກ​ກີ Binali Yildirim

(vovworld) – ວັນ​ທີ 6/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dimitry Medvedev ແລະ ຄູ່​ຕຳ​ແໜ່ງ​ຕວກ​ກີ Binali Yildirim, ພວມ​ຢູ່​ຢ້ຽມ​ຢາມ​ລັ​ດ​ເຊຍ, ດຳ​ເນີນ​ການ​ເຈ​ລະ​ຈາ, ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ວິ​ວັດ​ທະ​ນາ​ການ​​ຫັນ​ການ​ພົວ​ພັນ 2 ຝ່າຍ​ເປັນ​ປົກ​ກະ​ຕິ. 2 ຝ່າຍ​ປຶກ​ສາ​ຫາ​ລື​ບັນ​ຫາກໍ່​ສ້າງ​ບັນ​ດາ​ກົນ​ໄກ​ໃໝ່​ເພື່ອ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ, ຮ່ວມ​ມື​ດ້ານ​ການ​ເງິນ, ເຊິ່ງ​ລວມ​ມີ​​ທັງກອງ​ທຶນ​ລວມ. ກອງ​ທຶນ​ລວມ ລັດ​ເຊຍ - ຕວກ​ກີ ອາດ​ຈະ​ເລີ່​ມ​ເຄື່ອນ​ໄຫວ​ໃນ​ປີ 2017. 2 ຝ່າຍກໍ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ນີ້, ໃນ​ນັ້ນ​​ມີ​ເລື່ອງ​ຍົກ​ເລີກ​ບັນ​ດາ​ຂໍ້ຈຳ​ກັດ, ຫັນ​ລະ​ບຽບ​ການ​​ອອກວີ​ຊາ​ເປັນ​ງ່າຍ​ດາຍ… ທ່ານ Medvedev ໃຫ້​ຮູ້​ວ່າ: ລັດ​ເຊຍ ຈະ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ທໍ່​ສົ່ງ​ອາຍ​ແ​ກັດ ແລະ 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ກໍ່​ສ້າງ​ພາກ​ສ່ວນ​ຕໍ່​ໄປ​ຂອງ​ໂຄງ​ການ ທໍ່​ສົ່ງ​ອາຍ​ແກັດ ຕວກ​ກີ ເຂົ້າ​ເອີ​ລົບ.


ຂ່າວ/ບົດ​ອື່ນ