ລັດເຊຍຕຳຫນິຕິຕຽນທັດສະນະຂອງ ອາເມລິກາ ກ່ຽວກັບສົນທິສັນຍາຫ້າມການທົດລອງນິວເຄຼຍ
(VOVWORLD) -ວັນທີ 8 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຄັ້ງທີ 4 ຊຶ່ງຈັດຂຶ້ນຢູ່ ນະຄອນຫລວງ ມົດສະກູ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ:
ລັດຖະມົນຕີການຕ່າງປະເທດ ລັດເຊຍ: Sergei Lavrov. ພາບ: AFP/TTXVN |
ທັດສະນະຂອງ ອາເມລິກາ ກ່ຽວກັບສົນທິສັນຍາຫ້າມການທົດລອງອາວຸດນິວເຄຼຍຮອບດ້ານ ນັ້ນແມ່ນການກະທຳບໍ່ມີລັກສະນະສ້າງສັນ. ຕາມການຕີລາຄາຂອງທ່ານແລ້ວ, ສະພາບການຂອງໂລກ ຂາດສະຖຽນລະພາບ ຍ້ອນ ອາເມລິກາ ບໍ່ຢາກມີກົນໄກຄວບຄຸມອາວຸດ. ການນຳຂະແຫນງການທູດ ລັດເຊຍ ຖືວ່າ:ເລື່ອງ ນຳສົນທິສັນຍາດັ່ງກ່າວໃຫ້ມີຜົນສັກສິດແມ່ນມີຄວາມໝາຍສຳຄັນ ເພື່ອຮັກສາລະບອບບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ເຖິງວ່າ ພາຍຫລັງ 23 ປີລົງນາມໃນເອກະສານສະບັບນີ້ ແຕ່ຍັງບໍ່ທັນມີບັນດາປະເທດ, ໃນນັ້ນ ມີ ອາເມລິກາ ໃຫ້ສັດຕະຍາບັນ. ທ່ານ Sergey Lavrov ຊີ້ໃຫ້ເຫັນວ່າ ເລື່ອງ ອາເມລິກາ ບໍ່ໃຫ້ສັດຕະຍາບັນສົນທິສັນຍາ ແມ່ນພວມນາບຂູ່ເຖິງຄວາມສຳຄັນຂອງເອກະສານສະບັບຫນຶ່ງດຽວບໍ່ອາດປ່ຽນແປງການຄວບຄຸມຂອງສາກົນໃນຂົງເຂດນີ້ໄດ້. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຫວັງວ່າ ບັນດາການສູ້ຢັນ ຈະໄດ້ຫລຸດຜ່ອນທີ່ກອງປະຊຸມຕີລາຄາສົນທິສັນຍາຫ້າມການແຜ່ຂະຫຍາຍອາວຸດນິວເຄຼຍ ຊື່ງຈະຈັດຂຶ້ນໃນເດືອນພຶດສະພາປີ 2020.