(vovworld) - ກ່າວຄຳເຫັນທີ່ກອງປະຊຸມລັບໃນວັນທີ 24/02, ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານຮອງເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ Vladimir Safronkov ໃຫ້ຮູ້ວ່າ, ມົດສະກູ ພ້ອມແລ້ວທີ່ຈະປະຕິເສດຮ່າງມະຕິສະເໜີຈັດວາງບັນດາຄຳສັ່ງລົງໂທດຕໍ່ຊີຣີ ດ້ວຍສາຍເຫດທີ່ວ່າ ປະເທດນີ້ໄດ້ນຳໃຊ້ອາວຸດເຄມີຕ້ານສາມັນຊົນ.
ເມື່ອແລກປ່ຽນກັບບັນດານັກຂ່າວ, ທ່ານຮອງເອກອັກຄະລັດຖະທູດ Safronkov ຖືວ່າ, ບັນດາອົງການຫ້າມອາວຸດເຄມີ (OPCW) ເຊິ່ງພວມຖືກກໍ່ຄວາມກົດດັ່ນ “ຢ່າງໃຫຍ່ຫຼວງ” ບັງຄັບຕ້ອງຍົກອອກຂໍ້ສະຫຼຸບແຕ່ສົ້ນດຽວໃຫ້ການສືບສວນກ່ຽວກັບການນຳໃຊ້ອາວຸດເຄມີຢູ່ຊີຣີ. ທ່ານຢືນຢັນວ່າ, ລັດເຊຍ ຈະປະຕິເສດຖ້າຫາກຮ່າງມະຕິໄດ້ນຳມາປ່ອນບັດ.