ລັດເຊຍຖະແຫຼງພ້ອມແລ້ວທີ່ຈະຮ່ວມມືກັບອີຢູ

(VOVWORLD) -ປະເທດນີ້ພ້ອມແລ້ວທີ່ຈະພັດທະນາການພົວພັນ ບໍ່ພຽງແຕ່ກັບສະຫະພາບເອີລົບ (ອີຢູ) ເວົ້າລວມເທົ່ານັ້ນ, ຫາກຍັງກັບບໍ່ວ່າປະເທດໃດໃນອີຢູ

ລັດເຊຍຖະແຫຼງພ້ອມແລ້ວທີ່ຈະຮ່ວມມືກັບອີຢູ - ảnh 1 ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev

(ພາບ: AFP/TTXVN)

ວັນທີ 05 ທັນວາ, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຖະແຫຼງວ່າ, ປະເທດນີ້ພ້ອມແລ້ວທີ່ຈະພັດທະນາການພົວພັນ ບໍ່ພຽງແຕ່ກັບສະຫະພາບເອີລົບ (ອີຢູ) ເວົ້າລວມເທົ່ານັ້ນ, ຫາກຍັງກັບບໍ່ວ່າປະເທດໃດໃນອີຢູ, ບົນພື້ນຖານ 2 ຝ່າຍອີກດ້ວຍ. ໃນການຕອບສຳພາດຕໍ່ວົງການນັກຂ່າວເຊິ່ງໄດ້ຖ່າຍຖອດສົດ, ທ່ານນາຍົກລັດຖະມົນຕີ Dmitry Medvedev ຄາດຄະເນວ່າ ອີຢູ ໄດ້ເສຍເງິນປະມານ 110,95 ຕື້ - 221,89 ຕື້ USD, ພາຍຫຼັງສະຫະພັນນີ້ຈັດວາງບັນດາມາດຕະການລົງໂທດທາງດ້ານເສດຖະກິດລັດເຊຍ ເມື່ອປີ 2014. ວົງເງິນການຄ້າລະຫວ່າງລັດເຊຍ ແລະ ອີຢູ ກໍ່ຖືກຫຼຸດຈາກລະດັບ 417 ຕື້ USD ລົງເຫຼືອປະມານ 250 ຕື້ USD. ທ່ານນາຍົກລັດຖະມົນຕີລັດເຊຍ ປາດຖະໜາວ່າ, ຄວາມເຄັ່ງຕຶງດ້ານການຄ້າຈະຢຸດຕິລົງ ແລະ ບັນດາມາດຕະການຈຳກັດຈະຖືກລົບລ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ