ລັດເຊຍນຳໃຊ້ມາດຕະການປ້ອງກັນຄວາມສະຫງົບເມື່ອ ນາໂຕ ເພີ່ມທະວີການມີໜ້າຢູ່ເອີລົບຕາເວັນອອກ

ລັດເຊຍນຳໃຊ້ມາດຕະການປ້ອງກັນຄວາມສະຫງົບເມື່ອ ນາໂຕ ເພີ່ມທະວີການມີໜ້າຢູ່ເອີລົບຕາເວັນອອກ - ảnh 1
ທ່ານເລຂາທິການໃຫຍ່ ນາໂຕ Anders Fogh Rasmussen ແລະ ປະທານາທິບໍດີ ອາເມລິກາ Obama
(ພາບປະກອບ: REUTERS /Eric Vidal)

(vovworld) – ວັນ​ທີ 2/4, ຜູ້ຕາງ​ໜ້າ​ຂອງລັດ​ເຊຍ​ປະຈຳ​ອົງ​ການ ນາ​ໂຕ Alexander Grushko ຖະ​ແຫຼ​ງວ່າ : ລັດ​ເຊຍ​ຈະ​ປະຕິບັດ​ທຸກໆ​ມາດ​ຕະການດ້ານການ​ເມືອງ ​ແລະ ​ເຕັກນິກ - ການ​ທະຫານ​ທີ່​ຈຳ​ເປັນ​ເພື່ອ​ປ້ອງກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ ຕໍ່ໜ້າ​ຄຳ​ຕັດສິນ​ຂອງ ນາ​ໂຕ​ເພື່ອ​ທະວີ​ການ​ປະຈຳການ​ດ້ານ​ການ​ທະຫານ​ຢູ່​ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ ​ແລະ Baltic ຕິດ​ກັບ​ລັດ​ເຊຍ.

    ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນາ​ໂຕ ຢູ່ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ​ໃນ​ນັ້ນ ນາ​ໂຕ ຕົກລົງ​ເພີ່ມທະວີ​ຄວາມ​ສາມາດປ້ອງ​ກັນ​ຕົວ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ພ້ອມ​ທັງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຄື : ​ຣູມາ​ເນັຍ, ​ໂປ​ໂລ່​ຍ ​ແລະ ບັນດາ​ປະ​ເທດ Baltic. ຕາມທ່ານ Grushko, ນາ​ໂຕ ​ໄດ້​ປະຕິບັດ​ວິວັດ​ການ​ຂຸດ​ຄົ້ນ​ດ້ານ​ການ​ທະຫານ​ຢູ່​ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ ຜ່ານ​ການ​ສ້າງ​ສຳ​​ເລັດ​ພື້ນຖານ​​ໂຄງ​ລ່າງ, ກໍ່ສ້າງບັນດາ​ສະໜາມ​ບິນ, ທ່າ​ກໍ່າ​ປັ່ນ ​ເປັນ​ທັນ​ສະ​ໄໝ.

 



ຂ່າວ/ບົດ​ອື່ນ