ລັດເຊຍມີຄວາມມຸ່ງຫວັງຟື້ນຟູແລະພັດທະນາການພົວພັນກັບຕວກກີ
ປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຕວກກີ
(ພາບ: AFP/TTXVN)
(vovworld) – ວັນທີ 16/8, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ມົດສະກູ ມີຄວາມມຸ່ງຫວັງຟື້ນຟູການພົວພັນກັບ ຕວກກີ, ແລະ ການຢ້ຽມຢາມລັດເຊຍ ຫວ່າງແລ້ວນີ້ຂອງທ່ານປະທານາທິບໍດີ Tayip Erdogan ໄດ້ຢັ້ງຢືນຄວາມຫວັງຂອງທັງ 2 ຝ່າຍກ່ຽວກັບບັນຫານີ້. ກ່າວຄຳເຫັນທີ່ການພົບປະຢູ່ Sochi ກັບຄູ່ຕຳແໜ່ງ Kazakhstan Nursultan Nazarbayev, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: ມົດສະກູມີຄວາມມຸ່ງຫວັງບໍ່ພຽງແຕ່ຢາກຟື້ນຟູຢ່າງສິ້ນເຊິ່ງເທົ່ານັ້ນ ຫາກຍັງມີຄວາມຫວັງຢາກພັດທະນາການພົວພັນມິດຕະພາບກັບ ຕວກກີ, ເຊິ່ງແມ່ນປະເທດເຄີຍມີການພົວພັນພິເສດກັບ ລັດເຊຍ ໃນຊຸມປີຜ່ານມາອີກດ້ວຍ.
ສ່ວນທ່ານປະທານາທິບໍດີ Nazarbayev ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນລະຫວ່າງ ມົດສະກູ ແລະ ອານກາຣາ ໄດ້ຮັບການຟື້ນຟູ, ພ້ອມທັງເນັ້ນໜັກບົດບາດປະຈຸບັນຂອງລັດເຊຍບົນເວທີສາກົນ. ຕາມທ່ານ Nazarbayev ແລ້ວ, ບໍ່ມີມົດສະກູ ຈະບໍ່ສາມາດແກ້ໄຂບັນດາບັນຫາສາກົນສັບສົນ, ພິເສດແມ່ນລັດທິກໍ່ການຮ້າຍ.