ລັດເຊຍຢືນຢັນຍາມໃດກໍ່ເປີດອົກເປີດໃຈໃນການເຈລະຈາກັບອາເມລິກາ

ລັດເຊຍຢືນຢັນຍາມໃດກໍ່ເປີດອົກເປີດໃຈໃນການເຈລະຈາກັບອາເມລິກາ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergey Ryabkov
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 28/02, ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມໂຕະ​ມົນ “ການ​ພົວ​ພັນ​ລັດ​ເຊຍ - ອາ​ເມ​ລິ​ກາ: ພຶດ​ຕິ​ກຳ​ຕົວ​ຈິງ ແລະ ແງ່​ຫວັງ” ຢູ່​ສະ​ພາ​ຕ່ຳ​ລັດ​ເຊຍ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergey Ryabkov ຖື​ວ່າ, ບັນ​ດາ​ການ​ປ່ຽນ​ແປງ​ຢູ່​ອາ​ເມ​ລິ​ກາ ຈະ​ສ້າງ​ກາ​ລະ​ໂອ​ກາດ​ໃໝ່ ປະ​ກອບ​ສ່ວນ​ເຮັດ​ໃຫ້​​ສະ​ພາບ​ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ປະ​ເທດ​ປອດ​ໄສ, ແຕ່​ການ​ເຈ​ລະ​ຈານັ້ນ​ຕ້ອງ​ໄດ້​ຮັບ​ການກໍ່​ສ້າງ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ ແລະ  “ບໍ່​ມີ​ກົນ​ອຸ​ບາຍ”. ຕາມ​ທ່ານ Ryabkov ແລ້ວ, ມົດ​ສະ​ກູ ​ໄດ້ຕີ​ລາ​ຄາ​ບັນ​ດາ​ຄຳ​ຖະ​ແຫຼງ​ກ່​ຽ​ວ​ກັບ​ການ​ຫັນ​ການ​ພົວ​ພັນ​ກັບ​ລັດ​ເຊຍ ເປັນ​ປົກ​ກະ​ຕິ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຄົນ​ໃໝ່ Donald Trump ຍົກ​ອອກ​ມາ​ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ປະ​ມຸກ​ລັດ 2 ປະ​ເທດ​ໃນ​ເວ​ລາ​ຜ່ານ​ມາ. ນັກ​ການ​ທູດ​ລັດ​ເຊຍ ​ທ່ານນີ້ຢືນ​ຢັນ​ວ່າ, ມົດ​ສະ​ກູ ຍາມ​ໃດ​ກໍ່​ເປີດ​ອົກ​ເປີດ​ໃຈ​​ຕໍ່​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ, ໃນ​ນັ້ນ​ມີ​ບັນ​ຫາ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ອາ​ເມ​ລິ​ກາ ຢ​ູ່​​ເອີ​ລົບ. ກ່ຽ​ວ​ກັບ​ມາດ​ຕະ​ການ​ລົງ​ໂທດ, ທ່ານ Ryabkov ໃຫ້​ຮ​ູ້​ວ່າ, ມົດ​ສະ​ກູ ໄດ້ ແລະ ຈະ​ບໍ່​ສະ​ເໜີ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ, ກໍ່​ຄື​​ປຶກ​ສາ​ຫາ​ລື​ມາດ​ຕະ​ຖານ​ຍົກ​ເລ​ີກ​ຄຳ​ສັ່ງ​ລົງ​ໂທດ​ກັບ​ວໍ​ຊິງ​ຕັນ.

ຂ່າວ/ບົດ​ອື່ນ