ລັດເຊຍ,ອີຣານແລະຕວກກີເນັ້ນໜັກເຖິງບົດບາດຂອງບັນດາເຂດຫຼຸດຜ່ອນການປະທະກັນຢູ່ຊີຣີ

(VOVWORLD) -ຕາມແຈ້ງການຮ່ວມສະບັບນຶ່ງພາຍຫຼັງດຳເນີນບັນດາກອງປະຊຸມຢູ່ນະຄອນຫຼວງ Astana ຂອງກາຊັກສະຖານ ໃນຂອບເຂດຮອບເຈລະຈາ Astana ຄັ້ງທີ 9 ກ່ຽວກັບຊີຣີ, ລັດເຊຍ, ອີຣານ ແລະ ຕວກກີ ໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງບັນດາເຂດຫຼຸດຜ່ອນການປະທະກັນໃນການຮັກສາຄຳສັ່ງຢຸດຍິງຢູ່ຊີຮີ

ລັດເຊຍ,ອີຣານແລະຕວກກີເນັ້ນໜັກເຖິງບົດບາດຂອງບັນດາເຂດຫຼຸດຜ່ອນການປະທະກັນຢູ່ຊີຣີ - ảnh 1ການນຳ 3 ປະເທດ

(ພາບປະກອບ: Reuters)

ພ້ອມທັງຖືວ່າ ການສ້າງຕັ້ງບັນດາເຂດຄືແນວນັ້ນແມ່ນມາດຕະການຊົ່ວຄາວ. ແຈ້ງການຊີ້ແຈ້ງວ່າ, ໃນຖານະແມ່ນບັນດາຝ່າຍປົກປ້ອງກົນໄກຢຸດຍິງຢູ່ຊີຣີ, 3 ປະເທດອີຣານ, ລັດເຊຍ ແລະ ຕວກກີ ໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງບັນດາເຂດຫຼຸດຜ່ອນການປະທະກັນໃນການຮັກສາກົນໄກຢຸດຍິງ, ຫຼຸດຜ່ອນລະດັບການໃຊ້ຄວາມຮຸນແຮງ ແລະ ຮັບປະກັນສະຖຽນລະພາບລວມຢູ່ຊີຣີ.

      ນອກນັ້ນ, ເອກະສານດັ່ງກ່າວກໍ່ໃຫ້ຮູ້ວ່າ, 3 ປະເທດໄດ້ເຫັນດີຈັດຕັ້ງບັນດາການເຈລະຈາຜູ້ຕາງໜ້າຂັ້ນສູງກັບທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ ແລະ ບັນດາພັກຝ່າຍຂອງປະເທດຕາເວັນອອກກາງ ນີ້ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການເລີ່ມຕົ້ນເຄື່ອນໄຫວຂອງຄະນະກຳມາທິການລັດຖະທຳມະນູນຊີຣີ. 3 ປະເທດກໍ່ຕົກລົງຈັດກອງປະຊຸມສຸດຍອດຄັ້ງຕໍ່ໄປກ່ຽວກັບຊີຣີ ຢູ່ນະຄອນ Sochi ຂອງລັດເຊຍ ໃນເດືອນ ກໍລະກົດ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ