ລັດເຊຍອາດຈະສະໜັບສະໜູນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຊີຣີ

ລັດເຊຍອາດຈະສະໜັບສະໜູນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຊີຣີ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 15/2, ລັດຖະມົນຕີ​ການ​ຕ່າງປະ​ເທດລັດ​ເຊຍ Sergei Lavrov ​ໄດ້​ຖະ​ແຫຼ​ງວ່າ: ລັດ​ເຊຍ​ອາດ​ຈະ​ປະຕິບັດ​ທຸກໆ​ວິທີ​ທາງ​​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ, ​ໃນ​ນັ້ນ, ​ຈະ​ສະໜັບສະໜູນ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຊີຣີ ​ແຕ່​​ດ້ວຍ​ບັນດາ​ເງື່ອນ​ໄຂ​ລະອຽດ. ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavrov  ​ເນັ້ນ​ໜັກ​ວ່າ: ໃນ​ມະຕິ​ກ່ຽວ​ກັບ ຊີຣີ, ລັດ​ເຊຍ​ໄດ້​ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ຄວນ​ເອົາ​ໃຈ​ໃສ່​ເຖິງ​​ເລື່ອງປະຊາຊົນ​ຂອງປະ​ເທດ​ນີ້ ອາດ​ຖືກເສຍ​ຊີວິດ ​ຍ້ອນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ. ຖ້າ​ຫາກ​​ໃນ​ແຜນການ​​ມີ​ການ​ນຳ​ໃຊ້​ສະພາ​ຄວາມ​ໝັ້ນ​ຄົງສະຫະ​ປະຊາ​ຊາດ ​ເພື່ອ  ​ປ່ຽນ​ແປງ​ລະບອບ​ຢູ່ ຊີຣີນັ້ນ​ແມ່ນ​ບໍ່​ເໝາະ​ສົມ ​ແລະ ບໍ່ຖືກຕ​້​ອງຕາມ​ກົດໝາຍສາກົນ.

 

ຂ່າວ/ບົດ​ອື່ນ