ລັດເຊຍ,ອາເມລິກາເຫັນດີສືບຕໍ່ຈັດກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດກ່ຽວກັບບັນຫາຊີຣີ

ລັດເຊຍ,ອາເມລິກາເຫັນດີສືບຕໍ່ຈັດກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດກ່ຽວກັບບັນຫາຊີຣີ - ảnh 1
ທ່ານ Seigei Lavrovລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ຄູ່​ຕຳ​ແຫນ່ງ ອາ​ເມ​ລິ​ກາ John Kerry
ພາບ:congly.com

(vovworld)-​ ວັນ​ທີ 14/1, ທ່ານ Seigei Lavrov, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ຄູ່​ຕຳ​ແຫນ່ງ ອາ​ເມ​ລິ​ກາ John Kerry ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ ແລະ ເຫ​ັນ​ດີ ຈະ​ພົບ​ປະ​ກັນ​ໃນ​ວັນ​ທີ 20/1 ຢູ່ Zurich  ​ປະ​ເທດ​ສະ​ວິດ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ, ໃນ​ນັ້ນ ມີ​ວິ​ກິດ​ການ ຊີ​ຣີ.  ກ່ອນ​ຫນ້ານັ້ນມື້​ຫນຶ່ງ, ກາ​ນ​ທາບ​ທາມ​ຄຳ​ເຫັນ​ສາມ​ຝ່າຍ ​ລະ​ຫວ່າງ ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ສ​ປ​ຊ ໄດ້​ດຳ​ເນີນ​ໄປ ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ບັນ​ຫາ ຊີ​ຣີ. ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ແລ້ວ, ບັນ​ດ​າ​ທັດ​ສະ​ນະ​ທີ່​ໄດ້ແລກ​ປ່ຽນ​ໃນ​ການ​ທາບ​ທາມນີ້ ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ຂອງ​ຊີ​ຣິ ຊື່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25/1 ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ.

 

ຂ່າວ/ບົດ​ອື່ນ