ລັດເຊຍໃຫ້ສັດຕະຍາບັນຮ່າງສັນຍາການຄ້າເສລີລະຫວ່າງEAECກັບຫວຽດນາມ
ທ່ານນາຍົກລັດຖະມົນຕີລັດເຊຍDmitry Medvedev
ພາບ:baomoi.com
|
(vovworld)- ວັນທີ 25/5, ລັດຖະບານ ລັດເຊຍ ໃຫ້ສັດຕະຍາບັນຮ່າງສັນຍາກ່ຽວກັບເຂດການຄ້າເສລີ FTA ລະຫວ່າງພັນທະມິດເສດຖະກິດ ເອີລົບ - ອາຊີ(EAEC) ກັບຫວຽດນາມ. ເອກະສານສັດຕະຍາບັນມີລາຍເຊັນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ແນະນຳໃນວັນດຽວກັນຜ່ານຫນ້າເວັບຢ່າງເປັນທາງການຂອງລັດຖະບານ ລັດເຊຍ. ຫນ້າເວັບລັດຖະບານ ລັດເຊຍ ຊີ້ແຈ້ງວ່າ ການປະຕິບັດຂໍ້ຕົກລົງນີ້ ຈະສ້າງເງື່ອນໄຂເພີ່ມທະວີການແລກປ່ຽນການຄ້າເຊິ່ງກັນ ແລະກັນ ແລະ ພັດທະນາເສດຖະກິດ, ການຄ້າ ລະຫວ່າງບັນດາສະມາຊິກຂອງພັນທະມິດກໍຄືອະນຸຍາດແກ້ໄຂບັນຫາຮ່ວມສຳພັນ EAEC ກັບວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ອາຊີ -ປາຊີຟີກ.