ລັດເຊຍ, ຍີ່ປຸ່ນໜູນຊ່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Damrey ກໍ່ຂຶ້ນ

(VOVWORLD) -ວັນທີ 07 ພະຈິກ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ອອກຄຳສັ່ງໜູນຊ່ວຍຫວຽດນາມ ຈຳນວນເງິນ 5 ລ້ານ USD ເພື່ອແກ້ໄຂຄວາມເສຍຫາຍຍ້ອນພາຍຸ Damrey ກໍ່ຂຶ້ນ
ລັດເຊຍ, ຍີ່ປຸ່ນໜູນຊ່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Damrey ກໍ່ຂຶ້ນ - ảnh 1 (ພາບປະກອບ: TTXVN)

ພ້ອມກັນນັ້ນ ລັດເຊຍ ກໍ່ຈະຈັດສົ່ງເຮືອບິນຂົນສົ່ງເຄື່ອນບັນເທົ່າທຸກເຖິງຫວຽດນາມ ເພື່ອຊ່ວຍປະຊາຊົນຢູ່ບັນດາເຂດຖືກພາຍຸ, ນ້ຳຖ້ວມ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໃນວັນທີ 07 ພະຈິກ, ໂຄສົກຂອງທ່ານປະທານາທິບໍດີລັດເຊຍ Dmitry Peskov ຫວັງວ່າ, ຂໍ້ລິເລີ່ມມະນຸດສະທຳຂອງລັດເຊຍ ຈະໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ, ໃນນັ້ນມີບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຖືກດຳເນີນຢູ່ຫວຽດນນາມ, ສະແດງໃຫ້ເຫັນຄວາມສາມັກຄີກັບປະຊາຊົນຫວຽດນາມ.

        ແບ່ງປັນບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍຂອງປະຊາຊົນຫວຽດນາມ ພາຍຫຼັງພາຍຸ Damrey, ລັດຖະບານຍີ່ປຸ່ນ ຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຕົກລົງໃຫ້ການຊ່ວຍເຫຼືອເຄື່ອງກັນຕອງນ້ຳ 100 ເຄື່ອງ ເພື່ອແນໃສ່ຊ່ວຍປະຊາຊົນບັນດາແຂວງເທື່ອທຽນເຫ້ວ ແລະ ກວາງນາມ ທີ່ຖືກຜົນສະທ້ອນຈາກພາຍຸ, ນ້ຳຖ້ວມແກ້ໄຂຢ່າງທັນການ ເພື່ອໃຫ້ມີນ້ຳສະອາດນຳໃຊ້ໃນຊີວິດປະຈຳວັນ.

ຕອບກັບ

ຂ່າວ/ບົດ​ອື່ນ