(VOVWORLD) - ມົດກະກູ ຖືການພົວພັນຮ່ວມມືຍຸດທະສາດກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວຄຳເຫັນທີ່ເວທີປາໄສເສດຖະກິດຝ່າຍຕາເວັນອອກຄັ້ງທີ 7, ວັນທີ 7 ກັນຍາ 2022 (ພາບ: TTXVN) |
ເມື່ອຕອບສຳພາດສື່ມວນຊົນທ້ອງຖິ່ນກ່ຽວກັບການຮ່ວມມືຂອງລັດເຊຍ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການໃໝ່, ທ່ານ Kirill Barsky, ເອກອັກຄະລັດຖະທູດສະເພາະກິດຂອງກະຊວງການຕ່າງປະເທດ ລັດເຊຍ ຢູ່ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ຢັ້ງຢືນວ່າ: ມົດກະກູ ຖືການພົວພັນຮ່ວມມືຍຸດທະສາດກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາສະມາຊິກແຖວໜ້າຂອງອົງການນີ້ ເປັນສຳຄັນ.
ທ່ານເອກອັກຄະລັດຖະທູດ Kirill Barsky ເນັ້ນໜັກວ່າ: ປະຈຸບັນ, ບຸລິມະສິດສຳລັບພາກພື້ນ ອາຊີ ໄດ້ຈະແຈ້ງກ່ວາ, ການຮ່ວມມືກັບບັນດາປະເທດໃນພາກພື້ນສາມາດຕອບສະໜອງຜົນປະໂຫຍດຂອງລັດເຊຍ.