ລັດເຊຍ ສະເໜີຈັດຕັ້ງກອງປະຊຸມ “ບັນດາເພື່ອນມິດຂອງ ຊີຣີ”

ລັດເຊຍ ສະເໜີຈັດຕັ້ງກອງປະຊຸມ “ບັນດາເພື່ອນມິດຂອງ ຊີຣີ” - ảnh 1
ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Mikhail Bogdanov
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 10/7, ສຳນັກ​ຂ່າວສານ Inteefax ຂອງ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງທ່ານລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Mikhail Bogdanov ​ໂດຍ​ໃຫ້​ຮູ້​ວ່າ: ລັດ​ເຊຍ ​ໄດ້​ສະ​ເໜີ​ຈັດ​ຕັ້ງ​ກອງ​ປະຊຸມ​ໃໝ່ຂອງກຸ່ມ “ບັນດາ​ເພື່ອ​ນມິດ​ຂອງ​ຊີຣີ” ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ. ​ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່ ​ເຊີ​ແນວ ປະ​ເທດ​ສະ​ວິດ​ເມື່ອ​ວັນ​ທີ 30/6 ທີ່​ຜ່ານ​ມາ, ກຸ່ມ​ນີ້​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ວິວັດ​ການ ​ເ​ປີດ​ຊ່ອງ​ທາງ​ໃຫ້​ແກ່​ໄລຍະ​ຂ້າມ​ຜ່ານ​ຢູ່​ຊີຣີ ​ເພື່ອ​ແນ​ໃສ່ຊ່ວຍ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ໃນ​ປະຈຸ​ບັນ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Mikhail Bogdanov ຢັ້ງຢືນ​ວ່າ, ບໍ່​ມີ​ປະ​ເທດ​ມະຫາ​ອຳນາດ​ໃດ​ມີ​ສິ​ດຕັດສິນຊາຕາກຳ​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ​ແລະ ຖື​ວ່າ ການ​ຮ່ວມ​ມືດ​້ານ​ເຕັກນິກ ​- ການ​ທະຫານ​ລະຫວ່າງ​ລັດ​ເຊຍ ​ແລະ ຊີຣີ ບໍ່​ລະ​ເມີດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ.

ຂ່າວ/ບົດ​ອື່ນ