(vovworld) - ໜັງສື່ພິມລາຍວັນ Al Ahram ຂອງ ອີຍີບ ໄດ້ຂັດຄຳເວົ້າຂອງການນຳຝ່າຍຄ້ານຊີຣີ ໂດຍໃຫ້ຮູ້ວ່າ ລັດເຊຍ ໄດ້ຍົກອອກແຜນການໃໝ່ ເພື່ອແກ້ໄຂວິກິດການຢູ່ປະເທດນີ້. ຕາມນັ້ນແລ້ວ, ທ່ານປະທານາທິບໍດີ Bashar al Assad ຈະສືບຕໍ່ກຳສິດອຳນາດຮອດເວລາທີ່ການເລືອກຕັ້ງປະທານາທິບໍດີອາຍຸການໃໝ່ຖືກຈັດຂຶ້ນໃນປີ 2014. ແລະກໍ່ຕາມແຫຼ່ງຂ່າວດັ່ງກ່າວ, ລັດເຊຍ ພວມມານະພະຍາຍາມຊອກຫາວິທີແກ້ໄຂໃຫ້ວິກິດການປະຈຸບັນຢູ່ຊີຣີ ຜ່ານການສ້າງຕັ້ງລັດຖະບານໃໝ່ ເຊິ່ງລວມມີບັນດາບຸກຄົນຂອງລະບອບກຳອຳນາດໃນປະຈຸບັນ ແລະ ຜູ້ຕາງໜ້າຂອງຝ່າຍຄ້ານ. ໂດຍລະອຽດແມ່ນ, ໃນອຳນາດການປົກຄອງໃໝ່, ລັດຖະມົນຕີກະຊວງພາຍໃນ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍແມ່ນຂຶ້ນກັບຝ່າຍຂອງທ່ານ Assad, ໃນຂະນະນັ້ນ ບັນດາຝ່າຍຄ້ານຕ່າງໆຮັກສາທີ່ນັ່ງທີ່ຍັງເຫຼືອ. ຂໍ້ມູນຂ່າວດັ່ງກ່າວຫາກໍໄດ້ຍົກອອກມາພາຍຫຼັງທີ່ທ່ານ Assad ອອກຖະແຫຼງໃນຊ່ອງໂທລະພາບ “Russia Today” ຂອງລັດເຊຍ ວ່າ ທ່ານພຽງເຫັນດີລາອອກຈາກຕຳແໜ່ງຜ່ານການເລືອກຕັ້ງເທົ່ານັ້ນ.