ລັດເຊຍ ເນລະເທດນັກການທູດ ອາເມລິກາ 60 ຄົນອອກຈາກປະເທດນີ້

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຖະແຫຼງວ່າ ປະເທດນີ້ ຈະເນລະເທດນັກການທູດອາເມລິກາ 60 ຄົນອອກຈາກປະເທດນີ້ ແລະ ປິດປະຕູສະຖານກົງສູນໃຫຍ່ອາເມລິກາ ປະຈຳ St.Petersburg
ລັດເຊຍ ເນລະເທດນັກການທູດ ອາເມລິກາ 60 ຄົນອອກຈາກປະເທດນີ້ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ພາບ: Reuters)

ເພື່ອແນໃສ່ໂຕ້ຕອບ ການກະທຳເນລະເທດບັນດານັກການທູດລັດເຊຍ ອອກຈາກປະເທດນີ້ເປັນຈຳນວນຫລາຍ ຍ້ອນອັງກິດ ແລະ ອາເມລິກາ ລິເລີ່ມພາຍຫລັງເຫດນັກສືບຂ່າວ Sergei Skripal ແລະ ລູກສາວຖືກວາງຢາເບື່ອ.

        ກ່າວຄຳເຫັນຕໍໍ່ວົງການນັກຂ່າວໃນວັນທີ 29 ມີນາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ: ມົດສະກູ ໄດ້ຮຽກຕົວທ່ານ Jon Huntsman ເອກອັກຄະລັດຖະທູດອາເມລິກາ ປະຈຳ ມົດສະກູ ມາສຳນັກງານກະຊວງການຕ່າງປະເທດລັດເຊຍ ເພື່ອຮັບຟັງແຈ້ງການບັນດາມາດຕະການໂຕ້ຕອບຂອງລັດເຊຍ.

        ອະດີດນັກສືບຂ່າວ Skripal ແລະ ລູກສາວ Yulia ຖືກວາງຢາເບື່ອຢູ່ນະຄອນ Salisbury ຂອງອັງກິດ ເມື່ອວັນທີ 04 ມີນາ ຜ່ານມາ. ເຖິງວ່າຍັງບໍ່ທັນຊອກໄດ້ພະຍານຫຼັກຖານຢ່າງຊັດເຈນກໍ່ຕາມ, ແຕ່ລັດຖະບານອັງກິດ ຍັງກ່າວຫາອຳນາດການປົກຄອງມົດສະກູວ່າ ມີສ່ວນກ່ຽວຂ້ອງ, ຈາກນັ້ນ ຮຽກຮ້ອງບັນດາປະເທດສຳພັນທະມິດຝ່າຍຕາເວັນຕົກເນລະເທດບັນດານັກການທູດລັດເຊຍ ອອກຈາກປະເທດ. ມາຮອດປະຈຸບັນ, ນັກການທູດລັດເຊຍ 150 ຄົນຢູ່ 28 ປະເທດຖືກເນລະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ