ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນ​ຊະ​ເລີຍ​ເສິກເກືອບ 200 ຄົນ

(VOVWORLD) -  ມີຊະເລີຍເສິກ 94 ຄົນ ຂອງ ລັດເຊຍ ທີ່ຖືກ ຢູແກຼນ ກັກຂັງ ໄດ້ຮັບການປ່ອຍຕົວເປັນອິດສະຫຼະ ພາຍຫຼັງການເຈລະຈາຮອບຕ່າງໆ ແລະ ເຂົາເຈົ້າຈະໄດ້ສົ່ງໄປຍັງຮາກຖານສາທາລະນະສຸກເພື່ອກວດສຸຂະພາບ.
ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນ​ຊະ​ເລີຍ​ເສິກເກືອບ 200 ຄົນ - ảnh 1(ພາບປະກອບ: AFP/TTXVN)

ຕອນຄ່ຳວັນທີ 11 ມິຖຸນາ, ລັດເຊຍ ແລະ ຢູແກຼນ ໄດ້ແຈ້ງໃຫ້ຊາບກ່ຽວກັບການມອບສົ່ງຊະເລີຍເສິກເກືອບ 100 ຄົນໃຫ້ກັນ. ໃນແອັບຟຼີເຄຊັນ Telegram, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ມີຊະເລີຍເສິກ 94 ຄົນ ຂອງ ລັດເຊຍ ທີ່ຖືກ ຢູແກຼນ ກັກຂັງ ໄດ້ຮັບການປ່ອຍຕົວເປັນອິດສະຫຼະ ພາຍຫຼັງການເຈລະຈາຮອບຕ່າງໆ ແລະ ເຂົາເຈົ້າຈະໄດ້ສົ່ງໄປຍັງຮາກຖານສາທາລະນະສຸກເພື່ອກວດສຸຂະພາບ. ໃນຂະນະນັ້ນ, ທ່ານ Abdriy Yermak, ຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຊະເລີຍເສິກ ຢູແກຼນ 95 ຄົນ ໄດ້ກັບຄືນເມືອປະເທດ, ໃນນັ້ນ ມີຈຳນວນໜຶ່ງຖືກບາດເຈັບ. ບັນດາຊະເລີຍເສິກ ດັ່ງກ່າວແມ່ນສະມາຊິກຂອງກຳລັງພິທັກຮັກສາແຫ່ງຊາດ ແລະ ປ້ອງກັນຊາຍແດນ. ໃນ 2 ເດືອນຜ່ານມາ, ລັດເຊຍ ແລະ ຢູແກຼນ ກໍໄດ້ດຳເນີນການແລກປ່ຽນຊະເລີຍເສິກ ລວມທັງໝົດເກືອບ 200 ຄົນ. ໃນເດືອນກ່ອນ, ມົດສະກູ ໄດ້ມອບສົ່ງຊະເລີຍເສິກ 45 ຄົນ ໃຫ້ແກ່ ຢູແກຼນ, ເຊິ່ງໃນຂະນະນັ້ນ, Kiev ກໍໄດ້ປ່ອຍຕົວນັກບິນລັດເຊຍ 3 ຄົນ ເປັນອິດສະຫຼະ.

ຕອບກັບ

ຂ່າວ/ບົດ​ອື່ນ