ລີບີປະກາດໝາກຜົນການເລືອກຕັ້ງ ສະພາແຫ່ງຊາດໃນເບື້ອງຕົ້ນ

ລີບີປະກາດໝາກຜົນການເລືອກຕັ້ງ ສະພາແຫ່ງຊາດໃນເບື້ອງຕົ້ນ - ảnh 1
ທ່ານ ອະດີດ​ນາຍົກລັດຖະມົນຕີ Mahmoud Jibril

(vovworld) – ວັນ​ທີ 9/7, ຄະນະ​ກຳມະການ​ເລື​ອກຕັ້ງ​ສູງ​ສຸດ​ແຫ່ງ​ຊາດ ລີ​ບີ ​ໄດ້​ປະກາດ​ໝາ​ກຜົນ​​ໃນ​ເບື້ອງ​ຕົ້ນຂອງການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ​ທີ່​ດຳ​ເນີນ​ເມື່ອ​ວັນ​ທີ 7/7 ຜ່ານ​ມາ. ​ເຊິ່ງຕາມ​ນັ້ນ​ແລ້ວ, ສະຫະພັນບັນດາ​ກຳລັງຊົນ​ຊາດ (ຫຼື NFA) ຂອງ ອະດີດ​ນາຍ​ົກລັດຖະມົນຕີ Mahmoud Jibril ພວມ​ນຳ​ໜ້າ​ເມື່ອ​ຍາດ​ໄດ້​ບັດ​ສະໜັບສະໜູນ​ກ່ວາ 50.000 ບັດໃນສະຖານ​ທີ່​ປ່ອນບັດ​ເລືອກ​ຕັ້ງ 3 ​ແຫ່ງ. ​ໃນ​ການ​ປະຊຸມ​ຂ່າວ​ຢູ່ນະຄອນຫຼວງ Tripoli, ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູງ​ສຸດ​ແຫ່ງ​ຊາດ ທ່ານ Nuri Al Abbar ​ໃຫ້​ຮູ້​ວ່າ​: ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ເລື​ອກຕັ້ງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ແມ່ນ​ກ່ວາ 60%. ສະພາ​ແຫ່ງ​ຊາດ​ຊຸດໃໝ່ ຢູ່ ລີ​ບີ, ດ້ວຍ 200 ທີ່​ນັ່ງ, ຈະ​ມີໜ້າ​ທີ່​ເລືອກ​ຕັ້ງ​ລັດຖະບານ​​ໃໝ່​​ແທນ​ໃຫ້​ສະພາ​ປົກຄອງ​ໄລຍະ​ຂ້າມ​ຜ່ານ (ຫຼື NTC) ​ແລະ ຮຽບຮຽງ​ລັດຖະທຳ​ມະນູນ​ໃໝ່ ​​​ເພື່ອນຳ​ມາ​ລົງ​ປະຊາ​ມະຕິໃນ​ທົ່ວ​ປະ​ເທດ. ຄາດ​ວ່າ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ສຸດ​ທ້າຍ​ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 11/7.

 

ຂ່າວ/ບົດ​ອື່ນ