ລີ​ບີ ຈັບ​ຕົວ​ຜູ້ກ່ຽວ​ຂ້ອງ​ເຖິງ​​ເຫດການ​ ບຸກ​ໂຈມ​ຕີສະຖານທູດ​ອາ​ເມ​ລິ​ກາ

ລີ​ບີ ຈັບ​ຕົວ​ຜູ້ກ່ຽວ​ຂ້ອງ​ເຖິງ​​ເຫດການ​ ບຸກ​ໂຈມ​ຕີສະຖານທູດ​ອາ​ເມ​ລິ​ກາ - ảnh 1

ສະຖານທູດ​ອາ​ເມ​ລິ​ກາ  ຢູ່ນະ​ຄອນ Banhgazi ຖືກ​ບຸກ​ໂຈມ​ຕີ

(ພາບ:viet.rfi.fr)

(vovworld)- ​ທ່ານ Wanis al Sharif  ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລີ​ບີ​ ໃຫ້​ຮູ້​ວ່າ: ກຳລັງ​ປ້ອງກັນ​ຄວາມ​ສະຫງົບ​ປະ​ເທດ​ນີ້ ຫາ​ກໍ່​ຈັບ​ຕົວ​​ເປົ້າໝາຍ​ຈຳ​ນວນ 1 ​ແລະ ​ເປີດ​ການ​ສືບສວນ​ສອບ​ສວນເຫດການ​ບຸກ​ໂຈມ​ຕີສະຖານທູດ​ອາ​ເມ​ລິ​ກາ ຢູ່ນະ​ຄອນ Banhgazi ຊື່​ງ​ເຮັ​ດ​ໃຫ້ 4 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນມີ​ທ່ານ​ເອກະ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ລີ​ບີ. ການ​ກະທຳ​ດັ່ງກ່າວ​ໄດ້​ດຳ​ເນີນ​ໃນ​ສະພາບ​ການ​ມີ​ຄວາມ​ສົງ​ໃສ​ວ່າ​ເຄື​ອຂ່າຍ​ກໍ່​ການ​ຮ້າຍ  Al Qaeda ຢືນ​ຢູ່​ເບື້ອງ​ຫຼັງ​​ເຫ​ດການ​ດັ່ງກ່າວ.

   ​ໃນ​ຂະນະ​ນັ້ນ, ກະ​ແສ​ຟອງ​ຄັດຄ້ານ​ຮູບ​ເງົາ​ເລື່ອງ​ທີ່​ຖືກ​ຖື​ວ່າ​ມີ​ເນື້ອ​ໃນ​ແຕະຕ້ອງ ນັກໂຫລະ​ສາດ Mohamad ສືບ​ຕໍ່​ໄດ້​ແຜ່​ຂະຫຍາຍ​ອອກ​ສູ່​ວົງ​ກ້ວາງ. ວັນ​ທີ 13/9, ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີນັບ​ພັນ​ຄົນ ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນ​ຈຳນວນ 1 ຂອງ​ອີຣັກ. ຢູ່​ນະ​ຄອນ Tel Aviv ຂອງ​ອິດສະຣາ​ແອນ, ມີ​ຊາວ​ອິດສະຣາ​ແອນ​ ​ເຊື້ອ​ຊາດ​ອາຣັບ ປະມານ 60 ຄົນ ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນອກ​ສະຖານທູດ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ