(VOVWORLD) - ກອງທັບແຫ່ງຊາດ ລີບີ (LNA) ໂດຍນາຍພົນ Khalifa Haftar ບັນຊາປະກາດວ່າ ກຳລັງນີ້ໄດ້ປຸກລະດົມການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່...
ກຳລັງທະຫານ ລີບີ
(ພາບ: AFP/TTXVN)
|
ວັນທີ 17 ມິຖຸນາ, ກອງທັບແຫ່ງຊາດ ລີບີ (LNA) ໂດຍນາຍພົນ Khalifa Haftar ບັນຊາປະກາດວ່າ ກຳລັງນີ້ໄດ້ປຸກລະດົມການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ ເພື່ອແນ່ໃສ່ບຸກຕີບັນດາກຸ່ມຝ່າຍຄ້ານໃຫ້ອອກຈາກເຂດ ບໍ່ນ້ຳມັນຢູ່ທາງທິດຕາເວັນຕົກພາກເໜືອ ລີບີ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Ahmed Al - Mesmari, ໂຄສົກ LNA ໄດ້ປະກາດວ່າ: “ພວກຂ້າພະເຈົ້າໄດ້ເປີດການບຸກໂຈມຕີຂະໜາດໃຫຍ່ດ້ວຍການໜູນຊ່ວຍຂອງກອງທັບອາກາດ ເພື່ອບຸກຕີບັນດານັກຮົບຂອງ Ibrahim al – Jadhran, ການນຳກຸ່ມທະຫານກອງພົນນ້ອຍປ້ອງກັນຕົວ Benghazi (BDB), ພ້ອມກັບພັນທະມິດຂອງກຳລັງນີ້”.
ວັນທີ 17 ມິຖຸນາ, ກຳລັງກອງທັບອາກາດຂອງ LNA ໄດ້ກ່າວເຕືອນປະຊາຊົນຢູ່ເຂດບໍ່ນ້ຳມັນຈົ່ງຫຼີກລ້ຽງອອກຫ່າງຈາກເຂດນີ້, ເຊິ່ງເປັນບ່ອນທີ່ກຸ່ມທີ່ເປັນປໍລະປັກພວມເຕົ້າໂຮມພ້ອມກັບອາວຸດ, ລູກປືນ ແລະ ລົດການທະຫານ.