(vovworld) - ໃນການພົບປະແລກປ່ຽນໂດຍກົງຜ່ານເຄືອຂ່າຍອີນເຕີແນດດ້ວຍຫົວຂໍ້ວ່າ “ລະດົມພູມປັນຍາຂອງທົວພັກ, ທົ່ວປວງຊົນ, ທົ່ວກອງທັບໃນການສ້າງລັດຖະທຳມະນູນ”, ໂດຍໜັງສືພິມເອເລກໂຕນິກພັກກອມມູນິດຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 26/03, ຢູ່ຮ່າໂນ້ຍ. ມີເກືອບ 15 ລ້ານຄຳເຫັນຂອງປະຊາຊົນທີ່ປະກອບໃສ່ບັນດາເນື້ອໃນຂອງລັດຖະທຳມະນູນ, ໃນນັ້ນມີ 4 ພາກໄດ້ຮັບຄວາມເອົາໃຈໃສ່ພິເສດ ເຊິ່ງລວມມື; ພາກທີ 1 ກ່ຽວກັບລະບອບການເມືອງ; ພາກທີ 2 ກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະເປັນພື້ນຖານຂອງພົນລະເມືອງ; ພາກທີ 3 ກ່ຽວກັບເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ພາກທີ 4 ກ່ຽວກັບສະພາແຫ່ງຊາດ. ທ່ານປະລິຍາເອກ ເລມິງທົງ, ຮອງປະທານຄະນະກຳມາທິການສະພາແຫ່ງຊາດ, ຮອງຫົວໜ້າຄະນະບັນນາທິການຄະນະກຳມະການຮຽບຮຽງລັດຖະທຳມະນູນປີ 1992 ສະບັບປັບປຸງ, ໃຫ້ຮູ້ວ່າ.
“ພວກເຮົາຫັນພາກສິດທະມະນຸດ ຈາກພາກທີ 5 ຂຶ້ນພາກທີ 2 ນັ້ນແມ່ນ: ຍາມໃດກໍເຄົາລົບສິດທິມະນຸດ ແລະ ສິດຂອງພົນລະເມືອງ; ເອົາໃຈໃສ່ເຖິງການຮັບປະກັນ ພັດທະນາສິດທິມະນຸດ ແລະ ສິດຂອງພົນລະເມືອງໃນເງື່ອນໄຂຂອງຫວຽດນາມ. ຈຸດໃໝ່ໃນຮ່າງລັດຖະທຳມະນູນນັ້ນແມ່ນ ພວກເຮົາຊັບຊ້ອນບັນດາມາດຕາກ່ຽວກັບສິດທິມະນຸດ ແລະ ສິດພົນລະເມືອງ ຕາມລະບຽບການ, ເໝາະສົມກັບສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ແລະ ສິດຂອງພົນລະເມືອງ. ພວດເຮົາປັບປຸງດ້ານເຕັກນິກເພື່ອຮັບປະກັນບັນດາສິດດັ່ງກ່າວ ຖືກກຳນົດຢ່າງແທດຈິ່ງ ແລະ ມີການຕິດພັນລະຫວ່າງສິດນັ້ນກັບໜ້າທີ່ຮັບຜິດຊອບຂອງລັດ, ຄວາມຮັບຜິດຊອບຂອງສັງຄົມ, ຂອງພົນລະເມືອງ”.
ແລະ ກໍ່ໃນກອງປະຊຸມຂອງຂະແໜງສື່ມວນຊົນທີ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍ ໃນຕອນບ່າຍວັນທີ 26/3, ບັນດາຄຳເຫັນໄດ້ຢັ້ງຢືນບົດບາດນຳພາຂອງພັກກອມມູນິດຫວຽດນາມ, ບໍ່ເຫັນດີເຫັນພ້ອມຕໍ່ບັນດາຄຳເຫັນທີ່ຝືນກັບທ່າອ່ຽງໃນປະຈຸບັນ, ຕ້ານບົດບາດນຳພາຂອງພັກ. ກ່ຽວຂ້ອງເຖິງສິດຂອງມົນລະເມືອງກ່ຽວກັບຄວາມເສລີໃນການປາກເວົ້າ, ຄວາມເສລີໃນການໃຫ້ຂ່າວ. ນັກຂ່າວ ຟານກວາງ, ອະດີດປະທານສະມາຄົມນັກຂ່າວຫວຽດນາມ, ປະກອບຄຳເຫັນວ່າ:
”ລັດຖະທຳມະນູນສະແດງໃຫ້ເຫັນວ່າ, ລັດຂອງປະຊາຊົນແມ່ນແຫ່ງປົກປ້ອງສິດທິມະນຸດ, ເຄົາລົບສິດທິມະນຸດ ແລະ ສະກັດກັ້ນບັນດາການກະທຳທີ່ສວຍໃຊ້ສິດທິມະນຸດ. ກ່ຽວກັບສິດທິມະນຸດ, ຂ້າພະເຈົ້າເອົາໃຈໃສ່ທີ່ສຸດເຖິງສິດໃຫ້ຂ່າວ. ຂ້າພະເຈົ້າຊົມເຊີຍຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງນີ້, ໄດ້ສະແດງໃຫ້ເຫັນສິດທິມະນຸດຢ່າງຄົບຖ້ວນ. ແຕ່ສຳລັບສິດໃຫ້ຂ່າວ, ສື່ມວນຊົນຕ້ອງເປັນຜູ້ປົກປ້ອງສິດໄດ້ໃຫ້ຂ່າວ ແລະ ສິດດຳເນີນອາຊີບຂອງຕົນ, ເພາະວ່າສິດດຳເນີນອາຊີບມີຄວາມໝາຍວ່າແມ່ນສິດເສລີໃນການປາກເວົ້າຂອງພົນລະເມືອງíí