ລະນຶກວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ
ປະເທດຍີ່ປຸ່ນພາຍຫລັງ 1 ປີ ເກີດໄພພິບັດ
(ພາບ:vtv.vn)
|
( vovworld ) – ວັນທີ 11/3, ແມ່ນວັນລະນຶກຄົບຮອບ 1 ປີແຫ່ງວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ. ວັນທີ 11/3/2011, ເຫດແຜ່ນດິນໄຫວທີ່ມີລະດັບຄວາມແຮງ 9 ອົງສາຣິກແຕໄດ້ເກີດຂື້ນຢູ່ເຂດທະເລທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ. ເຫດແຜ່ນດິນໄຫວໄດ້ກໍ່ໃຫ້ເກີດຄື້ນຍັກທີ່ຮ້າຍແຮງ ມີລວງສູງເຖິງສີບແມດ, ກວາດລ້າງເຂດແຄມທະເລທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ ຊື່ງໄດ້ເຮັດໃຫ້ກ່ວາ 16.000 ຄົນເສຍຊີວິດ ແລະ ທຳລາຍເຮືອນຊານ, ຊັບສິນຂອງນັບລ້ານຄົນ. ເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງໄດ້ກໍ່ໃຫ້ເກີດການຮົ້ວໄຫຼກຳມັນຕະພາບລັງສີຢູ່ໂຮງງານໄຟຟ້ານີວເຄຼຍ Fukushima ເລກ 1. ຕໍ່ໜ້າການທຳລາຍທີ່ຮ້າຍແຮງຈາກໄພພິບັດ, ຫຼາຍຄົນຄາດວ່າ ຍີ່ປຸ່ນຕ້ອງເສຍເວລາເຖິງ 10 ປີ ເພື່ອສາມາດສ້າງ ແລະ ຟື້ນຕົວເສດຖະກິດໄດ້. ແຕ່ສິ່ງທີ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຮັດໄດ້ໃນ 1 ປີຜ່ານມາແມ່ນບໍ່ສາມາດເຊື່ອໃຈໄດ້.
ວັນທີ 9/3, ກ່າວຄຳເຫັນທີ່ສຳນັກງານສະຫະປະຊາຊາດຢູ່ ນີວຢອກ, ທ່ານເລຂາທິການໃຫ່ຍສະຫະປະຊາຊາດ ບານກີມູນ ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ໜ້າບັນດາຄວາມມານະພະຍາຍາມອັນໃຫ່ຍຫຼວງຂອງປະຊາຊົນ ຍີ່ປຸ່ນ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດດັ່ງກ່າວ. ກ່າວຄຳເຫັນທາງສື່ເອເລກໂຕນິກ “ວໍຊິງຕັນປອສ“, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ໃຫ້ຄຳໝັ້ນສັນຍາວ່າ ຈະຜ່ານຜ່າທຸກຄວາມທ້າທາຍຈາກໄພພິບັດກ່ອນນີ້ 1 ປີ ເພື່ອສ້າງສາ “ປະເທດຍີ່ປຸ່ນໃໝ່“
ເນື່ອງໃນໂອການີ້, ບັນດາການເຄື່ອນໄຫວອາໄລຫາໄດ້ຖືກຈັດຂຶ້ນໃນທົ່ວປະເທດຍີ່ປຸ່ນ. ວັນທີ 11/3, ພິທີສວດມົນພາວະນາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ໄດ້ຖືກຈັດຂຶ້ນຢູ່ພະລາຊະວັງຍີ່ປຸ່ນ. ຢູ່ Fukushima, ປະຊາຊົນໄດ້ໄຕ້ທຽນນັບພັນໆອັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ.