(ພາບປະກອບ)
(vovworld) - ກອງປະຊຸມຜ່ານເຄືອຂ່າຍອີນເຕີແນດທົ່ວປະເທດກ່ຽວກັບການຜັນຂະຫຍາຍມະຕິເລກທີ 21 ຂອງກົມການເມືອງສູນກາງພັກ ຊຸດທີ 11 ກ່ຽວກັບການເພີ່ມທະວີການຊີ້ນຳ ນຳພາຂອງພັກທີ່ມີຕໍ່ວຽກງານປະກັນສັງຄົມ, ປະກັນສຸຂະພາບໄລຍະ 2012 – 2020, ໂດຍຄະນະເລຂາສູນກາງພັກ ຈັດຕັ້ງໃນຕອນເຊົ້າວັນທີ 20/03, ຢູ່ຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເລຮົ່ງແອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ຊີ້ແຈ້ງວ່າ; ການປະກັນສັງຄົມ, ປະກັນສຸຂະພາບ ແມ່ນ 2 ນະໂຍບາຍສັງຄົມທີ່ສຳຄັນ, ແມ່ນເສົ້າຄ້ຳຕົ້ນຕໍ່ຂອງລະບົບຮັບປະກັນຊີວິດສັງຄົມ. ເພາະສະນັ້ນ, ເລື່ອງຜັນຂະຫຍາຍມະຕິກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກທີ່ມີຕໍ່ວຽກງານປະກັນສັງຄົມ, ປະກັນສຸຂະພາບ ແມ່ນເພື່ອແນໃສ່ເສີມຂະຫຍາຍການສົມທົບກັນຂອງທັງລະບົບການເມືອງ ຍູ້ແຮງບັນດານະໂຍບາຍຮັບປະກັນຊີວິດສັງຄົມຫຼາຍກວ່າອີກ, ປະຕິບັດການສ້າງຄວາມກ້າວໜ້າ ແລະ ຍຸດຕິທຳສັງຄົມ, ປະກອບສ່ວນສ້າງສະຖຽນລະພາບ ແລະ ການພັດທະນາຂອງປະເທດຊາດ. ກ່ຽວກັບບາງເນື້ອໃນທີ່ເປັນພື້ນຖານຂອງມະຕິເລກທີ 21, ທ່ານ ເວືອງດິງເຫວ, ຫົວໜ້າຄະນະເສດຖະກິດສູນກາງໃຫ້ຮູ້ວ່າ.
“ຈຸດໝາຍທີ 1 ແມ່ນປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບຢ່າງມີປະສິດທິຜົນ. ທີ່ 2 ແມ່ນ, ເປີດກວ້າງ ແລະ ພັດທະນາເປົ້າໝາຍທີ່ເຂົ້າຮ່ວມປະກັນໄພສັງຄົມ, ປະກັນສຸຂະພາບ. ເພີ່ມເປົ້າໝາຍເຂົ້າຮ່ວມປະກັນສັງຄົມ, ປະກັນສຸຂະພາບ ໃນຂອບເຂດກວ້າງຂວາງ ແລະ ໄວວາ, ໂດຍສະເພາະແມ່ນເປົ້າໝາຍທີ່ເຂົ້າຮ່ວມປະກັນສັງຄົມແບບອາສາສະໝັກ. ສູ້ຊົນຮອດທ້າຍປີ 2020 ມີກຳລັງຄົນງານເຂົ້າຮ່ວມປະກັນສັງຄົມແມ່ນ 50% ແລະ ກຳລັງຄົນງານເຂົ້າຮ່ວມປະກັນວ່າງງານແມ່ນ 35%. ສຳລັບປະກັນສຸຂະພາບທົ່ວປວງຊົນ, ສູ້ຊົນຮອດປີ 2020 ມີ 80% ຈຳນວນພົນລະເມືອງເຂົ້າຮ່ວມປະກັນສຸຂະພາບ. ທີ 3 ແມ່ນ ຮັບປະກັນຄວາມດຸນດຽງກອງທຶນປະກັນສັງຄົມໄລຍະຍາວ, ຮັບປະກັນຄວາມດຸນດຽງ ແລະ ນຳໃຊ້ກອງທຶນປະກັນສຸຂະພາບຢ່າງມີປະສິດທິຜົນ, ສ້າງລະບົບປະກັນສັງຄົມປະກັນສຸຂະພາບອາຊີບທັນສະໄໝ, ມີປະສິດທິຜົນສູງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຫັນເປັນອຸດສາຫະກຳທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ”.