ລາຄານ້ຳມັນໂລກສືບຕໍ່ເພີ່ມຂຶ້ນ

ລາຄານ້ຳມັນໂລກສືບຕໍ່ເພີ່ມຂຶ້ນ - ảnh 1
ພາບ​ປະ​ກອບ:thoibaotaichinhvietnam.vn

(vovworld)- ປະ​ລິ​ມານ​ນ້ຳ​ມັນ​ໃນ​ລະ​ບົບ​ສາງ​ສະ​ສົມ​ຍຸດ​ທະ​ສາດ​ຂອງ ອາ​ເມ​ລິ​ກາ ເປັນ​ຄັ້ງ​ທຳ​ອິດ​ໃນ 4 ເດືອນ​ຜ່ານ​ມາໄດ້ຫລຸດ​ລົງ​, ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ດິບ​ຢູ່​ຕະ​ຫລາດ ອາ​ເມ​ລິ​ກາ​ ສືບ​ຕໍ່ເພີ່​ມ​ຂຶ້ນ​ໃນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ຕົ້ນ​ປີ 2015. ຕາມ​ຕົວ​ເລກ​ຈາກ​ສູນ​​ທຸ​ລະ​ກຳສິນ​ຄ້າ​ທີ່ ນີວ​ຢອກ ແລ້ວ, ໃນ​​ການ​ທຸ​ລະ​ກຳທ້າຍ​ວັນ​ທີ 6/5, ລາ​ຄາ​ນ້ຳ​ມັນ​ດິບ​ຂອງ​ອາ​ເມ​ລິ​ກາ ສົ່ງ​ຂາຍ​ໃຫ້​ລູ​ກ​ຄ້າ​ໃນ​ເດືອນ 6 ຈະ​ມາ​ເຖິງ ແມ່ນ​ເພີ່ມ​ຂຶ້ນ 60,93 USD/ຖັງ, ຊື່ງ​ແມ່ນ​ລະ​ດັບ​ລາ​ຄາ​ສູງ​ສຸດ​ນັບ​ແຕ່​ຕົ້ນ​ເດືອນ 12/2014ມາ​ຮອດ​ປະ​ຈຸ​ບັນ. ຢ​ູ່ ຕະ​ຫລາດ ລອນດອນ, ລາ​ຄາ​ນ້ຳ​ມັນ​ດິບ ໄດ້​ເພີ່ມ​ຂຶ້ນ 67,77 USD/ຖັງ ແລະ ກໍ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ຕົ້ນ​ປີ 2015 ມາ​ຮອດ​ປະ​ຈຸ​ບັນ. ເປັນ​ອັນ​ວ່າ ລາ​ຄາ​ນ້ຳ​ມັນ​ດິບ​ຂອງ ອາ​ເມ​ລິ​ກາ ໄດ້​ເພີ່ມ​ຂຶ້ນ​ທັງ​ໝົດ 50% ນັບ​ແຕ່​ເມື່ອ​ລະ​ດັບ​ຕ່ຳ​ສຸດ​ໃນ​ເດືອນ 3 ແລະ ລາ​ຄາ​ນ້ຳ​ມັນ​ດິບ​ຂອງ ອັງ​ກິດ ກໍ​ເພີ່ມ​ຂຶ້ນ​ທັງ​ໝົດ 30% ເມື່ອ​ທຽບ​ໃສ່​ລະ​ດັບ​ຫລຸດ​ລົງ​ກວ່າ 50% ນັບ​ແຕ່​ເມື່ອ​ເດືອນ 6/2014 ຮອດ​ເດືອນ 1/2015.

ຂ່າວ/ບົດ​ອື່ນ