ລ້າງເຊີນເປັນເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອຄັ້ງທີ 11 ປີ 2021

(VOVWORLD) -ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອຄັ້ງທີ 11 ຈະດຳເນີນຢູ່ແຂວງ ລ້າງເຊີນ ໃນໄຕມາດທີ 4 ປີ 2021.
ລ້າງເຊີນເປັນເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອຄັ້ງທີ 11 ປີ 2021 - ảnh 1ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອຄັ້ງທີ 10
(ພາບປະກອບ: toquoc.vn)

ໃນຂອບເຂດຂອງວັນບຸນ, ມີການເຄື່ອນໄຫວຫຼາຍຢ່າງຈະໄດ້ຮັບການຈັດຕັ້ງຄື: ງານມະໂຫລານສະແດງສິລະປະ; ງານວາງສະແດງ, ແນະນຳບັນດາເຍືື່ອງອາຫານຊົນເຜົ່າ; ບັນດາການເຄື່ອນໄຫວກິລາທີ່ເປັນມູນເຊື້ອ... ບັນດາລາຍການແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂວງ ລ້າງເຊີນ ແລະ ບັນດາເຂດພາກທາງທິດຕາເວັນຕົກສ່ຽງເໜືອ. ການເຄື່ອນໄຫວດັ່ງກ່າວໄດ້ຈັດຂຶ້ນ 3 ປີເທື່ອໜຶ່ງ. ທ່ານ ຫງວຽນຟຸກຮ່າ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລ້າງເຊີນ, ໃຫ້ຮູ້ວ່າ.

        “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກເປັນວັດຖຸ, ບໍ່ເປັນວັດຖຸຂອງບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ, ໂຄສະນາພາບພົດວັດທະນະທຳຂອງບັນດາທ້ອງຖິ່ນນັ້ນເຖິງເພື່ອນມິດທຸກແຖບຖິ່ນໃນທົ່ວປະເທດ, ປະກອບສ່ວນຊຸກຍູ້ການພັດທະນາວັດທະນະທຳ ສັງຄົມ, ເສດຖະກິດ, ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ”.

ຕອບກັບ

ຂ່າວ/ບົດ​ອື່ນ