ລາຊະອານາຈັກ ອັງກິດ ຕີລາຄາສູງບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ທົ່ວໂລກ
(VOVWORLD) -ທ່ານ ລັດຖະມົນຕີ Wallace ຢັ້ງຢືນວ່າ ບັນດາສິ່ງທ້າທາຍຄວາມໝັ້ນຄົງທາງທະເລ ແມ່ນຄວາມສົນໃຈລວມຂອງ ປະຊາຄົມສາກົນ ຍ້ອນມັນມີຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ລັກສະນະເຄົາລົບກົດໝາຍສາກົນ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກອັງກິດ Robert Ben Lobban Wallace
(ພາບ: /TG&VN)
|
ວັນທີ 22 ກໍລະກົດ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກອັງກິດ Robert Ben Lobban Wallace ໄດ້ມາຢ້ຽມຢາມ ແລະ ປຶກສາຫາລື ຢູ່ສະຖາບັນການພົວພັນຕ່າງປະເທດ ຫວຽດນາມ. ໃນບົດກ່າວປາໄສກັບບັນດານັກຮຽນຮູ້ ຫວຽດນາມ ແລະ ນັກສຶກສາສະຖາບັນການພົວພັນຕ່າງປະເທດ, ທ່ານລັດຖະມົນຕີ Wallace ໄດ້ເນັ້ນໜັກວ່າ ອັງກິດ ຢັ້ງຢືນຄຳໝັ້ນສັນຍາຍາວນານກັບ ສັນຕິພາບ, ສະຖຽນລະພາບ ຂອງ ມະຫາສະໝຸດອິນເດຍ - ປາຊີຟິກທີ່ ມີຄວາມເສລີ ແລະ ເປີດກ້ວາງ. ທ່ານ ລັດຖະມົນຕີ Wallace ຢັ້ງຢືນວ່າ ບັນດາສິ່ງທ້າທາຍຄວາມໝັ້ນຄົງທາງທະເລ ແມ່ນຄວາມສົນໃຈລວມຂອງ ປະຊາຄົມສາກົນ ຍ້ອນມັນມີຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ລັກສະນະເຄົາລົບກົດໝາຍສາກົນ. ໃນສະພາບການນັ້ນ, ອັງກິດ ມີຄວາມຫວັງຢາກເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊຽນ, ຕາມ “ວິທີການຂອງ ອາຊຽນ” ເພື່ອແນໃສ່ຊຸກຍູ້ການໂອ້ລົມສົນທະນາ, ສັນຕິພາບ, ສະຖຽນລະພາບລວມ.
ໂດຍຕີລາຄາສູງບົດບາດທີ່ນັບມື້ນັບໄດ້ຮັບການເພີ່ມຂຶ້ນຂອງ ຫວຽດນາມ ບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ ຫາກຍັງໃນບັນດາບັນຫາທົ່ວໂລກອີກດ້ວຍຄື ການປະກອບສ່ວນເຂົ້າໃນບັນດາການຮັກສາສັນຕິພາບ ສປຊ, ທ່ານລັດຖະມົນຕີ Wallace ໄດ້ຢັ້ງຢືນວ່າ ສອງປະເທດຈະແບ່ງປັນຫຼາຍວິໄສທັດ ແລະ ຜົນປະໂຫຍດຍຸດທະສາດ, ກໍ່ຄືທັດສະນະກ່ຽວກັບຄວາມເສລີທາງການຄ້າ ແລະ ຄວາມສຳຄັນຂອງກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ອັງກິດ ຈະສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຮ່ວມມືໃນກອບຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ.