ລາຍການຄູ່ຮ່ວມມືປາຊີຟິກ2016ປະຕິບັດສຳເລັດບັນດາການເຄື່ອນໄຫວຢູ່ຫວຽດນາມ
ລາຍການຄູ່ຮ່ວມມືປາຊີຟິກ 2016
(ພາບ:viettimes.vn)
(vovworld) - ວັນທີ 28/07, ລາຍການຄູ່ຮ່ວມມືປາຊີຟິກ 2016 ໄດ້ເດີນທາງອອກຈາກດ່ານັ້ງ, ຫວຽດນາມ, ພາຍຫຼັງສຳເລັດການຝຶກອົບຮົມຮັບມືກັບໄພທຳມະຊາດ, ແລກປ່ຽນວິຊາສະເພາະ ແລະ ບັນດາການເຄື່ອນໄຫວຮ່ວມມືກ່ຽວກັບດ້ານສາທາລະນະສຸກ, ຊ້ອມແປງ, ກໍ່ສ້າງ ແລະ ບັນດາການພົວພັນປະຊາຄົມເປັນເວລາ 2 ອາທິດ. ເຂົ້າຮ່ວມເຫດການປີ 2016 ມີຜູ້ຕາງໜ້າຂອງຫຼາຍປະເທດຄູ່ຮ່ວມມື ລວມມີ: ອົດສະຕາລີ, ການາດາ, ອິນໂດເນເຊຍ, ຍີ່ປຸ່ນ, ຫວຽດນາມ, ອັງກິດ, ອາເມລິກາ, ສ.ເກົາຫຼີ, ສິງກະໂປ… ດ້ວຍຄາດໝາຍເພີ່ມທະວີການຮັບມືກັບໄພທຳມະຊາດຢູ່ບັນດາປະເທດໃນພາກພື້ນ. ປີ 2016 ໄດ້ເປັນຂີດໝາຍຄັ້ງທີ 7 ທີ່ລາຍການດັ່ງກ່າວດຳເນີນໄປຢູ່ຫວຽດນາມ ໃນຮອບເວລາ 11 ປີິ ແລະ ເປັນຄັ້ງທຳອິດ ກ່ຳປັ່ນ ແຄ໋ງຮ່ວາ ຂອງຫວຽດນາມ ເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືດ້ານສາທາລະນະສຸກກ່ຽວກັບການປົວແຂ້ວ ແລະ ຜ່າຕັດພ້ອມກັບບັນດາພະນັກງານການແພດອື່ນຂອງລາຍການຄູ່ຮ່ວມມືປາຊີຟິກ. ໃນເວລາປະຕິບັດລາຍການ (ແຕ່ວັນທີ 15 – 28/07), ບັນດາຝ່າຍໄດ້ຈັດຕັ້ງການເຄື່ອນໄຫວສຳຄັນຫຼາຍຢ່າງຄື: ກອງປະຊຸມສຳມະນາກູ້ຊ່ວຍຖ້າເກີດໄພພິບັດ; ຝຶກອົບຮົມການກູ້ໄພກູ້ຊີບ, ສ້ອມແປງ ແລະ ກໍ່ສ້າງບາງກິດຈະກຳຢູ່ໂຮງຮຽນປະຖົມ, ສູນສາທາລະນະສຸກ, ໂຮງຮຽນອະນຸບານ…