ລາຍການຖ່າຍທອດສົດທາງໂທລະພາບ ຫວຽດນາມ ຈີນ ສອງປະເທດບ້ານໃກ້ເຮືອນຄຽງ
ຕອນຄໍ່າວັນທີ 14/12 ລາຍການຖ່າຍທອດສົດທາງໂທລະພາບ ພາຍໃຕ້ຫົວຂໍ້ວ່າ: ງານພົບປະແລກປ່ຽນ ຫວຽດນາມ ຈີນ: ເຊິ່ງແມ່ນສອງປະເທດບ້ານໃກ້ເຮືອນຄຽງ“ ໄດ້ຖືກຈັດຂຶ້ນຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນຫນານຫນິງຂອງຈີນ. ຜ່ານບັນດາເລື່ອງລາວທີ່ສ້າງຄວາມຕຶ້ນຕັນໃຈ, ບັນດາບົດສາລະຄະດີສ່ອງແສງໃຫ້ເຫັນອາລົມຈິດຂອງປະຊາຊົນສອງປະເທດ ພ້ອມກັບລາຍການສິລະປະທີ່ເປັນເອກະລັກສະເພາະຂອງສອງປະເທດ, ລາຍການຖ່າຍທອດສົດທາງໂທລະພາບໄດ້ສົ່ງສານທີ່ວ່າ: ພ້ອມກັນສ້າງພື້ນຖານສັນຕິພາບ ແລະ ພັດທະນາຈະເລີນຮຸ່ງເຮືອງລະຫວ່າງສອງປະເທດຫວຽດນາມ ແລະ ຈີນ. ປີ 1946, ຕາມການສະເຫນີຈາກຝ່າຍຈີນ, ຫວຽດນາມ ໄດ້ສົ່ງກອງທະຫານຈຳນວນຫນຶ່ງເຂົ້າຮ່ວມບັ້ນຮົບ…ສື່ວານຕ້າຊານ ຕ້ານກອງທັບ ຈຽງໄຄເຊັກ ແລະ ບັນດານັກຮົບຫຮຸ່ມ ຫວຽດນາມ ໄດ້ປະກອບສ່ວນບໍ່ຫນ້ອຍເຂົ້າໃນໄຊຊະນະຂອງທະຫານປົດປ່ອຍຈີນ.
ໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາ (1965 - 1969), ຊາວຫນຸ່ມຈີນຫລາຍຄົນ ໄດ້ມາຊ່ວຍປະຊາຊົນຫວຽດນາມ ກໍ່ສ້າງຂົວຢູ່ ແຂວງ ທ໋າຍງວຽນ, ຫາຍຟ່ອງ. ປະຈຸບັນເຂົາເຈົ້າມີອາຍຸກວ່າ 70 ປີ ແລ້ວ, ແຕ່ຍັງຄົງຮັກສາບັນດາອະນຸສອນຢ່າງເລິກເຊິ່ງກ່ຽວກັບໄລຍະຫນຶ່ງທີ່ມີຄວາມສະຫນິດຕິດພັນກັບຫວຽດນາມ. ເຂົ້າຮ່ວມລາຍການດັ່ງກ່າວ, ລຸງ ເຊຍຮຸ່ງເວີຍ ນັກຮົບເກົ່າຈີນ ໄດ້ຫວນຄືນຫລັງໄລຍະຍັງເປັນຊາຍຫນຸ່ມປະຕິບັດງານຢູ່ຫວຽດນາມ:
“ ຂ້າພະເຈົ້າແມ່ນນັກຮົບເກົ່າຈີນ ມີຄວາມເປັນກຽດຖືກສົ່ງມາຫວຽດນາມ ໃນຊຸມປີ 1965 ເພື່ອຮຽງບ່າຮຽງໄລ່ພ້ອມກັບປະຊາຊົນຫວຽດນາມ ວິລະຊົນ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ, ຜ່ານຜ່າທຸກຄວາມຫຍຸ້ງຍາກ. ສຸດທ້າຍກໍຕີຊະນະຈັກກະພັດອາເມລິກາ ແລະ ພວກລູກແຫລ້ງຕີນມື. ເຖິງວ່າ ຂ້າພະເຈົ້າແມ່ນຊາວຈີນ ແລະ ອອກຈາກຫວຽດນາມກວ່າ 40 ປີ ແລ້ວ ແຕ່ ຍາມໃດ ຫວຽດນາມ ກໍຝັງເລິກໃນດວງໃຈ ຂ້າພະເຈົ້າຕະຫລອດໄປ. ຂ້າພະເຈົ້າຂໍອວຍພອນໃຫ້ນ້ຳໃຈມິດຕະພາບ ລະຫວ່າງ ຫວຽດນາມ ແລະ ຈີນ ໝັ້ນຄົງຂະໜົງແກ່ນ, ປະເທດຫວຽດນາມ ນັບມື້ນັບພັດທະນາ.“