ພາບປະກອບ:intermet
|
(vovworld) - ລາຍການພົບປະແລກປ່ຽນສິລະປະ“ມຸ່ງໄປສູ່ອະທິປະໄຕເຂດຊາຍແດນ ແລະ ໝູ່ເກາະ” ໂດຍຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ, ກອງທັບເຮືອເຂດ 5, ຕຳຫລວດປ້ອງກັນທະເລເຂດ 4, ກອງບັນຊາການທະຫານເຂດ 9 ແລະ ບັນດາແຂວງ, ນະຄອນທາງທິດຕາເວັນຕົກພາກໃຕ້ ຫວຽດນາມ ຈະຈັດຕັ້ງຂຶ້ນໃນວັນທີ 1/3 ຈະມາເຖິງ ເນື່ອງໃນໂອກາດລະນຶກ 54 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນ ແລະ 24 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ. ທ່ານ ຫງວຽນຟອງກວາງ, ຮອງຫົວຫນ້າຄະນະປະຈຳ ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໃຫ້ຮູ້ວ່າ:
“ກ່ຽວກັບວຽກງານໂຄສະນາ ຕ້ອງເຮັດແນວໃດເພື່ອໃຫ້ປະຊາຊົນ ແລະ ນັບທັງກຳລັງປະກອບອາວຸດ ເປັນເອກະພາບ ແລະ ມີຄວາມເຂົ້າໃຈກ່ຽວກັບເຂດຊາຍແດນ ແລະ ໝູ່ເກາະຂອງພວກເຮົາ. ຂ້າພະເຈົ້າສະເຫນີ ໃຫ້ບັນດາກຳລັງກ່ຽວຂ້ອງຕັ້ງຫນ້າໂຄສະນາກ່ຽວກັບຫົວເລື່ອງເຂດຊາຍແດນ ແລະ ໝູ່ເກາະຢ່າງເລິກເຊິ່ງ.”