(vovworld) – ສະຫະສະມາຄົມວັນນະຄະດີສິລະປະ ຫວຽດນາມ ໄດ້ຈັດຕັ້ງລາຍການ “ເດີນທາງກັບເມືອສະແດງສິລະປະຢູ່ດ້ຽນບຽນຝູ” ໄດ້ສົ່ງນັກສິລະປິນ 120 ຄົນໃນທົ່ວປະເທດໄປລຽບຕາມເສັ້ນທາງຫຼວງເລກ 6, ເຊິ່ງແມ່ນເສັ້ນທາງສຳຄັນພາໄປເຖິງເຂດຕໍ່ຕ້ານ ໄຕບັກ ໃນເມື່ອກ່ອນ ແລະ ຈັດຕັ້ງການສະແດງບັນດາລາຍການສິລະປະສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2014). ການເດີນທາງນີ້ຈະແກ່ຍາວແຕ່ວັນທີ 9 – 13/3 ຜ່ານ 3 ແຂວງຄື: ຮ່ວາບິ່ງ, ເຊີນລາ ແລະ ດ້ຽນບຽນ. ນັກດົນຕີ ໂດ໋ຮົ່ງກວນ, ຮອງປະທານສະຫະສະມາຄົມວັນນະຄະດີສິລະປະ ຫວຽດນາມ, ແບ່ງປັນວ່າ:
“ນີ້ແມ່ນຄັ້ງທຳອິດພວກຂ້າພະເຈົ້າເຮັດຕາມພິທີຢ່າງສົມກຽດຄືແນວນີ້, ມີປັດໄຈສ້າງເປັນຖັນແຖວ, ສ້າງຄວາມດຶງດູດໃຈ, ນີ້ກໍ່ແມ່ນຮູບພາບຂອງນັກສິລະປິນໃນຍຸກປະຈຸບັນ ທີ່ມີຕໍ່ອະດິດຕະການ, ທີ່ມີຕໍ່ປະຫວັດສາດ, ສຳລັບພາລະກຳສີລະປະ, ວັດທະນະທຳຂອງປະເທດຊາດ. ພວກຂ້າພະເຈົ້າປາດຖະໜາວ່າ “ຜ່ານການເດີນທາງກັບເມືອສະແດງສິລະປະຢູ່ ດ້ຽນບຽນຝູ” ຄັ້ງນີ້, ບັນດານັກສີລະປິນອາດສາມາດແຕ່ງບົດປະພັນໃໝ່ຫຼາຍກ່ວາອີກ.”