ລາຍການໂທລະພາບຖ່ານທອດສົດດ້ຽນບຽນ - ຮ່າໂນ້ຍ - ເຈື່ອງຊາ
(ພາບ: dantri.com)
(vovworld) - ຕອນຄຳ່ວັນທີ 3/5, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດສົມທົບກັບກອງບັນຊາການກອງທັບເຮືອ, ໂທລະພາບຕຳຫຼວດປະຊາຊົນ ຈັດຕັ້ງ ລາຍການໂທລະພາບຖ່າຍທອດສົດດ້ຽນບຽນ - ຮ່າໂນ້ຍ - ເຈື່ອງຊາ ດ້ວຍຫົວຂໍ້ວ່າ: ”ຄວາມຊົງຈຳທີ່ສະຫງ່າອົງອາດ - ອະທິປະໄຕສັກກະລະບູຊາ”.
ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 60 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ, 60 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ, 39 ປີ ແຫ່ງວັນປົດປ່ອຍເຈື່ອງຊາ, ເພື່ອແນໃສ່ເຮັດໃຫ້ຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ, ຊາວຫວຽດນາມ ຢູ່ຕ່າງປະເທດ ພ້ອມກັນຫວນຄືນອະດີດຕະການອັນພິລະອາດຫານຂອງຊາດ, ມີຄວາມເອກອ້າງທະນົງໃຈ ແລະ ຮ່ວມແຮງຮ່ວມໃຈຮັກສາ, ເສີມຂະຫຍາຍບັນດາຜົນງານເຊິ່ງລຸ້ນກ່ອນໄດ້ສ້າງຂຶ້ນ. ລາຍການຖືກຈັດເປັນ 4 ພາກ ”ຜ່ານເຂດໄຕບັກ”, ”ບຸກເຂົ້າຮ່າໂນ້ຍ”, ”ປະເທດຊາດຢູ່ເຈື່ອງຊາ”. ”ປະເທດຊາດເປັນເອກະພາບ”. ລາຍການໄດ້ວາດພາບໄລຍະສົງຄາມທີ່ດຸເດືອດ, ແລະ ລຸ້ນໜຸ່ມຫວຽດນາມພ້ອມແລ້ວທີ່ຈະເສຍສະຫຼະເລືອດເນື້ອ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ລາຍການໂທລະພາບຖ່າຍທອດສົດດ້ຽນບຽນ - ຮ່າໂນ້ຍ - ເຈື່ອງຊາ: ”ຄວາມຊົງຈຳທີ່ສະຫງ່າອົງອາດ - ອະທິປະໄຕອັນສັກກະລະບູຊາ”. ໄດ້ສ້າງຄວາມປະທັບໃຈໃຫ້ແກ່ປະຊາຊົນທົ່ວປະເທດ, ແມ່ນຂົວຕໍ່ລະຫວ່າງອະດີດຕະການກັບປະຈຸບັນ, ແມ່ນອາລົມຈິດທີ່ດີງາມບໍ່ພຽງແຕ່ໃນທຸກວັນນີ້, ຫາກໃນພາຍພາກໜ້າອີກດ້ວຍ.