ລາຍການ “ບຸນເຕັດຝ່າຍຕາເວັນອອກ” ທີ່ໂດດເດັ່ນຢູ່ສວນສາທາລະນະໂຮ່ໄຕ

(VOVWORLD) - ບຸນປີໃໝ່ປີຈໍ 2018, ສວນສາທາລະນະໂຮ່ໄຕ ຈະຈັດລາຍການ “ບຸນເຕັດຝ່າຍຕາເວັນອອກ” ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ບັນດາການເຄື່ອນໄຫວທີ່ດູດດື່ມ.

ລາຍການ “ບຸນເຕັດຝ່າຍຕາເວັນອອກ” ທີ່ໂດດເດັ່ນຢູ່ສວນສາທາລະນະໂຮ່ໄຕ - ảnh 1 ລາຍການ “ບຸນເຕັດຝ່າຍຕາເວັນອອກ” ທີ່ໂດດເດັ່ນຢູ່ສວນສາທາລະນະໂຮ່ໄຕ

(ພາບປະກອບ: Nhandan)

ດ້ວຍຫົວຂໍ້ວ່າ “ບຸນເຕັດຝ່າຍຕາເວັນອອກ”. ສວນສາທາລະນະໂຮ່ໄຕ ໄດ້ຮັບການປະດັບປະດາຕາມຮູບແບບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດຝ່າຍຕາເວັນອອກຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ມົງໂກນ ແລະ ຫວຽດນາມ.

        ນັກທ່ອງທ່ຽວຈະໄດ້ຮັບຊົມບັນດາຈຸດວັດທະນະທຳທີ່ພົ້ນເດັ່ນຂອງປະເທດຍີ່ປຸ່ນ ຄື: ສວນດອກໄມ້ຊະກຸຣະ, ສຽງກະດິງລົມ, ຫຼືບັນດາໂຄມໄຟປາ Koi ທີ່ມີສີສັນຫຼາກຫຼາຍ ຫຼື ເຂດສວນຕົ້ນເມເຢີ້ນໃບສີແດງເຊິ່ງເປັນຈຸດທີ່ເປັນເອກະລັກສະເພາະຂອງປະເທດສ.ເກົາຫຼີ…

        ບໍລິເວນຈັດການເຄືອນໄຫວບຸນປີໃໝ່ປະຈຳຊາດຫວຽດນາມ ແມ່ນບັນດາເຂດຖະໜົນຮ່າໂນ້ຍ ດ້ວຍດອກຄາຍ, ດອກເໝີຍທີ່ເບັ່ງບານ ຕ້ອນຮັບບຸນເຕັດ ພ້ອມກັບຈຸດວັດທະນະທຳທິດໃຕ້ຫວຽດນາມ. ພິເສດ, ໃນວັນທີ 1,2,3,4 ຂອງບຸນເຕັດ, ກໍ່ມີບັນດາລາຍການຄື: ຟ້ອນສິງໂຕ, ຂັບກວານຫໍ, ຟ້ອນພື້ນເມືອງ… ຈະນຳເຊິ່ງມາບັນຍາກາດບຸນເຕັດຫວຽດນາມ ທີ່ເປັນເອກະລັກສະເພາະໃຫ້ແກ່ຜູ້ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ