ລາຍການ “ ເທບນິຍາຍຮ່າໂນ້ຍ - ບັ້ນຮົບດ້ຽນບຽນຝູທາງອາກາດ ”
ຮູບພາບທີ່ໄດ້ນຳມາສາຍໃນລາຍການ ຖ່າຍທອດສົດທາງໂທລະພາບ
(ພາບ : internet)
|
Vovworld- “ ເທບນິຍາຍຮ່າໂນ້ຍ - ບັ້ນຮົບດ້ຽນບຽນຝູທາງອາກາດ ” ນັ້ນແມ່ນຫົວເລື່ອງຂອງລາຍການ ຖ່າຍທອດສົດທາງໂທລະພາບຊຶ່ງເຊື່ອມຕໍ່ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໄດ້ຖືກຈັດຂຶ້ນໃນ ຕອນຕ່ຳ ວັນທີ 18/12. ລາຍການດັ່ງກ່າວໂດຍເຫຼົ່າທັບປ້ອງກັນອາກາດ ແລະ ສະຖານີ ໂທລະພາບນະຄອນໂຮ່ຈິມິນສົມທົບກັນຈັດຂຶ້ນເນື່ອງໃນໂອກາດລະນຶກ 40 ປີແຫ່ງໄຊຊະນະປະຫວັດສາດຮ່າໂນ້ຍ- ບັ້ນຮົບດ້ຽນບຽນຝູທາງອາກາດ. “ ເທບນິຍາຍຮ່າໂນ້ຍ - ບັ້ນຮົບດ້ຽນບຽນຝູທາງອາກາດ ” ໄດ້ເຮັດໃຫ້ຜູ້ຊົມວາດພາບເຖິງບັ້ນຮົບຮ່າໂນ້ຍ 12 ວັນ ແລະ ຄືນ ຄືແຕ່ວັນທີ 18 ຫາ 30/12/1972 ຢ່າງຈະແຈ້ງກ່ວາ . ພ້ອມກັບບັນດາເລື່ອງລາວຂອງບັນດາຕົວພະຍານຫຼັກຖານ, ບົດເພງຕິດພັນກັບຊຸມວັນເດືອນປີແຫ່ງປະຫວັດສາດ, ບັນດາຮູບພາບກ່ຽວກັບຮ່າໂນ້ຍໃນລະດູໜາວປີ 1972 ແລະ ອື່ນໆ, ລາຍການໄດ້ປະກອບສ່ວນວາດພາບເຖິງນະຄອນຫຼວງແຫ່ງຄວາມເຈັບແສບ ແຕ່ຍັງຄົງສູ້ຮົບຢ່າງພິລະອາດຫານໃນ 12 ວັນ ແລະ ຄືນ ຂອງບັ້ນຮົບດ້ຽນບຽນຝູທາງອາກາດເມື່ອປີ 1972 .